lo_tn/isa/23/10.md

3.3 KiB

ລູກສາວແຫ່ງເມືອງຕາກຊິດເອີຍ ຈົ່ງໄຖທີ່ດິນຂອງເຈົ້າ ຢ່າງຄົນທີ່ໄຖແມ່ນ້ຳນິນ ບໍ່ມີຕະຫລາດຄ້າຂາຍໃນຕີເຣອີກຕໍ່ໄປແລ້ວ

ຄວາມຫມາຍທີ່ອາດເປັນໄປ 1) ເອຊາຢາບອກປະຊາຊົນຕາກຊິດ ໃຫ້ເລີ່ມປູກຟັງ ໃນເມື່ອພວກເຂົາບໍ່ໄດ້ຄ້າຂາຍກັບຕີເຣອີກຕໍ່ໄປແລ້ວ ຫລື 2) ເອຊາຢາບອກປະຊາຊົນຕາກຊິດໃຫ້ພວກເຂົາປົດປ່ອຍຕົນເອງອອກຈາກການຄວບຄຸມຂອງຕີເຣ. ອາດແປໄດ້ອີກວ່າ: "ຜ່ານດິນແດນຂອງພວກເຈົ້າເຫມືອນແມ່ນໍ້າ, ລູກສາວຂອງຕາກຊິດ. ປະຊາຊົນຕີເຣຈະບໍ່ມີອຳນາດອີກຕໍ່ໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ລູກສາວແຫ່ງເມືອງຕາກຊິດ

"ລູກສາວ" ຂອງເມືອງເປັນຕົວແທນຂອງປະຊາຊົນຂອງເມືອງ. ອາດແປໄດ້ອີກວ່າ: "ປະຊາຊົນຕາກຊິດ" ຫລື "ປະຊາຊົນຜູ້ທີ່ອາໄສຢູ່ໃນເມືອງຕາກຊິດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພຣະຢາເວໄດ້ຊົງຍືນມືອອກເຫນືອທະເລນັ້ນແລະພຣະອົງໄດ້ຊົງສັ່ນຣາຊອານາຈັກເຫລົ່ານັ້ນ

ພຣະຢາເວໃຊ້ຣິດອຳນາດຂອງພຣະອົງ ເພື່ອຄວບຄຸມທະເລ ແລະປະຊາຊົນຂອງອານາຈັກທີ່ຍິ່ງໃຫຍ່ ຖືເວົ້າເຫມືອນກັບວ່າ ພຣະຢາເວໄດ້ຍືນມືຂອງພຣະອົງອອກ ແລະສັ່ນຣາຊະອານາຈັກຕ່າງໆ. (ເບິງເພີ່ມເຕີມ: rc://*/ta/man/translate/figs-metaphor)

ໄດ້ຊົງຍືນມືອອກເຫນືອທະເລນັ້ນ

ຄຳວ່າ "ມື" ຫມາຍເຖິງຣິດອຳນາດຂອງພຣະເຈົ້າ ແລະ ຄວບຄຸມ. ອາດແປໄດ້ອີກວ່າ: "ໄດ້ສຳແດງຣິດອຳນາດເຫນືອນທະເລ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພົມມະຈາລີແຫ່ງຊີໂດນຜູ້ຖືກບີບບັງຄັບ

"ລູກສາວພົມມະຈາລີ" ເປັນຕົວແທນເຖິງປະຊາຊົນຊີໂດນ. ອາດແປໄດ້ອີກວ່າ: "ປະຊາຊົນຊີໂດນ, ເພາະວ່າປະຊາຊົນອື່ນໆຈະບີບບັງຄັບພວກເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)