lo_tn/isa/23/08.md

3.8 KiB

ໃຜໄດ້ວາງແຜນນີ້ຕໍ່ສູ້ກັບຕີເຣ ... ໃນແຜ່ນດິນໂລກ?

ເອຊາຢາໃຊ້ຄຳຖາມເພື່ອຕໍານິຕີເຣ. ຄຳວ່າ "ນີ້" ຫມາຍເຖິງແຜນການຂອງພຣະເຈົ້າເພື່ອທຳລາຍຕີເຣ ຊຶ່ງເອຊາຢາໄດ້ບັນຍາຍໄວ້ໃນ 23:1-7. ຄຳວ່າ "ຕີເຣ" ຍັງຫມາຍເຖິງປະຊາຊົນຜູ້ທີ່ອາໄສຢູ່ໃນຕີເຣດ້ວຍ. ຄຳຖາມທີ່ບໍ່ຫວັງຄຳຕອບນີ້ສາມາດແປໃຫ້ເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: "ມັນແມ່ນພຣະຢາເວຜູ້ທີ່ໄດ້ວາງແຜນທຳລາຍປະຊາຊົນຕີເຣ ... ຂອງແຜ່ນດິນໂລກ." (ເບິ່ງເພີ່ມເຕີມ: gs_rquestion ແລະ rc://*/ta/man/translate/figs-metonymy)

ຜູ້ທີ່ໃຫ້ມົງກຸດທັງຫລາຍ

ທີ່ນີ້ຄຳວ່າ "ມົງກຸດ" ຫມາຍເຖິງອຳນາດຂອງຄົນ ເຫມືອນຜູ້ປົກຄອງເຫນືອປະຊາຊົນ. ອາດແປໄດ້ອີກວ່າ: "ຜູ້ໃຫ້ອຳນາດແກ່ຄົນເພື່ອປົກຄອງເຫນືອຄົນອຶ່ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພວກພໍ່ຄ້າຂອງໃຜທີ່ເປັນພວກເຈົ້ານາຍ

ພວກພໍ່ຄ້າຖືກປຽບທຽບກັບພວກເຈົ້ານາຍ ເພື່ອເນັ້ນວ່າ ພວກມີອຳນາດຫລາຍປານໃດເມື່ອພວກເຂົາໄດ້ໄປດິນແດນອຶ່ນນັ້ນ. ອາດແປໄດ້ອີກວ່າ: "ຄົນເຫລົ່ານັ້ນທີ່ເປັນພວກພໍ່ຄ້າເຫມືອນເປັນພວກເຈົ້ານາຍເລີຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ໃຜທີ່ເປັນບັນດາຄົນທີ່ມີກຽດໃນແຜ່ນດິນໂລກ

ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ໃຜເປັນພວກພໍ່ຄ້າຂອງປະຊາຊົນຂອງແຜ່ນດິນໂລກໃຫ້ກຽດສູງສຸດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ເພື່ອລົດກຽດຄວາມຍິ່ງຈອງຫອງຂອງນາງແລະສະຫງ່າຣາສີຂອງນາງທັງຫມົດ

"ເພື່ອລົດກຽດພວກເຂົາເພາະວ່າພວກເຂົາໂອ້ອວດສະຫງ່າຣາສີຂອງພວກເຂົາເອງ"

ຄວາມຍິ່ງຈອງຫອງຂອງນາງ ... ສະຫງ່າຣາສີຂອງນາງ ... ທຸກຄົນທີ່ໃຫ້ກຽດນາງ

ຄຳວ່າ "ຂອງນາງ" ຫມາຍເຖິງເມືອງຕີເຣ ຊຶ່ງເປັນຕົວແທນປະຊາຊົນຜູ້ທີ່ອາໄສຢູ່ໃນທີ່ນັ້ນ. ອາດແປໄດ້ອີກວ່າ: "ຄວາມຈອງຫອງຂອງພວກເຂົາ ... ສະຫງ່າຣາສີຂອງພວກເຂົາ ... ຜູ້ໃຫ້ກຽດສັກສີຂອງພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)