lo_tn/isa/21/11.md

2.1 KiB

ຄຳປະກາດ

"ນີ້ແມ່ນສິ່ງທີ່ພຣະຢາເວປະກາດ" ຫລື "ນີ້ແມ່ນຖ້ອຍຄຳທີ່ມາຈາກພຣະຢາເວ"

ກ່ຽວກັບດູມານ

ນີ້ແມ່ນອີກຊື່ຫນຶ່ງຂອງເອໂດມ. ຄຳວ່າ "ດູມານ" ເປັນຕົວແທນຂອງປະຊາຊົນທີ່ອາໄສຢູ່ທີ່ນັ້ນ. ອາດແປໄດ້ອີກວ່າ: "ກ່ຽວກັບປະຊາຊົນຂອງດູມານ" ຫລື "ກ່ຽວກັບປະຊາຊົນຂອງເອໂດມ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/translate-names]] ແລະ [[rc:///ta/man/translate/figs-metonymy]])

ຄົນຫນຶ່ງຮ້ອງຖາມຂ້າພະເຈົ້າ

ທີ່ນີ້ "ຂ້າພະເຈົ້າ" ຫມາຍເຖິງເອຊາຢາ.

ເຊອິ

ນີ້ແມ່ນຊື່ພູເຂົາທາງທິດຕາເວັນຕົກຂອງເອໂດມ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ຄົນຍາມເອີຍ, ຄືນນີ້ຍັງອີກດົນປານໃດ? ຄົນຍາມເອີຍ, ຄືນນີ້ຍັງອີກດົນປານໃດ?

ນີ້ແມ່ນການເວົ້າຊໍ້າ ເນັ້ນວ່າຄົນກຳລັງຖາມຄຳຖາມທີ່ເປັນການກະວົນກະວາຍ ແລະ ກັງວົນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ຖ້າເຈົ້າຕ້ອງການຖາມ, ກໍຈົ່ງຖາມເຖີດ; ແລະ ກັບມາອີກ

"ຖາມຂ້ານ້ອຍບັດນີ້ເຖິງສິ່ງທີ່ທ່ານຕ້ອງການຈະຮູ້, ແຕ່ຍັງກັບມາອີກຢູ່ແລະຖາມຄືນອີກເທື່ອຫນຶ່ງ"