lo_tn/isa/21/03.md

2.6 KiB

ບັ້ນເອວຂອງຂ້າພະເຈົ້າຈຶ່ງເຕັມດ້ວຍຄວາມເຈັບປວດ

ນິມິດທີ່ເອຊາຢາເຫັນເປັນສິ່ງທີ່ກວນໃຈລາວ ຈົນເປັນເຫດໃຫ້ລາວເຈັບປວຍທາງກາຍ. ທີ່ນີ້ລາວໄດ້ບັນຍາຍເຖິງຄວາມຈັບປວດ ແລະ ບັ້ນເອວທີ່ຢູ່ໃນພາກສ່ວນກາງຂອງຮ່າງກາຍຂອງລາວ.

ຄວາມເຈັບປວດເຫມືອນຢ່າງຜູ້ຍິງເຈັບທ້ອງເກີດລູກໄດ້ເກາະກຸມຂ້າພະເຈົ້າ

ເອຊາຢາປຽບທຽບຄວາມເຈັບປວດຂອງລາວກັບ ຄວາມເຈັບປວດທີ່ຜູ້ຍິງເຈັບທ້ອງເກີດລູກ. ນີ້ເນັ້ນວ່າ ການເຈັບປວດຫລາຍທີ່ລາວຮູ້ສຶກຢູ່. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ຂ້າພະເຈົ້າໄດ້ໂນ້ນຕົວລົງເພາະສິ່ງທີ່ຂ້າພະເຈົ້າໄດ້ຍິນ

ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ສິ່ງທີ່ຂ້ານ້ອຍໄດ້ຍິນເຮັດໃຫ້ຂ້ານ້ອຍໂນ້ນຕົວລົງໃນຄວາມເຈັບປວດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຂ້າພະເຈົ້າໄດ້ກະວົນກະວາຍໃຈກັບສິ່ງທີ່ໄດ້ເຫັນ

ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ສິ່ງຂ້ານ້ອຍໄດ້ເຫັນນັ້ນກວນໃຈຂ້ານ້ອຍຫລາຍທີ່ສຸດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ໃຈຂອງຂ້າພະເຈົ້າກໍສັ່ນ, ຂ້າພະເຈົ້າຕົວສັ່ນດ້ວຍຄວາມຢ້ານ

"ຈິດໃຈຂອງຂ້ານ້ນຖືກຕີຢ່າງໄວວາ ແລະຂ້ານ້ອຍກຳລັງສັ່ນຢ້ານຢູ່"