lo_tn/isa/21/01.md

5.3 KiB

ຄຳປະກາດ

"ນີ້ເປັນສິ່ງທີ່ພຣະຢາເວປະກາດ" ຫລື "ນີ້ແມ່ນຖ້ອຍຄຳຂອງພຣະຢາເວ"

ກ່ຽວກັບທະເລຊາຍໃກ້ທະເລ

ນີ້ຫມາຍເຖິງປະຊາຊົນຜູ້ທີ່ອາໄສຢູ່ໃນບາບີໂລນ ເຫມືອນກັບຢູ່ໃນທີ່ແຫ້ງແລ້ງກັນດານ, ເຖິງແມ່ນວ່າພຣະເຈົ້າບໍ່ໄດ້ເຮັດມັນໃຫ້ຢູ່ໃນຖິ່ນແຫ້ງກັນດານກໍຕາມ. ນີ້ເປັນເຫດການທີ່ຈະເກີດຂຶ້ນຢ່າງແນ່ນອນ. ອາດແປໄດ້ອີກວ່າ: "ກ່ຽວກັບປະຊາຊົນຜູ້ທີອາໄສຢູ່ໃນແຜ່ນດິນ ທີ່ຈະເປັນຖິ່ນແຫ້ງແລ້ງກັນດານໃນໄວໆນີ້" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-pastforfuture]])

ເຫມືອນພາຍຸຫມູນທີ່ພັດຊັດຜ່ານເນເກບ

ເອຊາຢາປຽບທຽບທະຫານທີ່ຈະມາໂຈມຕີປະຊາຊົນ ເຫມືອນກັບພາຍຸປົນກັບລົມພັດແຮງ. ພວກມັນຈະມາຢ່າງໄວວາ ແລະ ຮຸນແຮງຫລາຍ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ຈາກຖິ່ນແຫ້ງແລ້ງກັນດານ

ຄຳວ່າ "ຖິ່ນແຫ້ງແລ້ງກັນດານ" ຫມາຍເຖິງຖິ່ນແຫ້ງແລ້ງກັນດານຂອງຢູດາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຈາກແຜ່ນດິນທີ່ຫນ້າຢ້ານ

ທະຫານເປັນມາຈາກປະຊາຊົນທີ່ເຮັດໃຫ້ເກີດຄວາມຢ້ານກົວຢ່າງໃຫຍ່ຫລວງ.

ມີນິມິດຫນຶ່ງໄດ້ຊົງປຣະທານແກ່ຂ້າພະເຈົ້າ

ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ພຣະຢາເວສຳແດງແກ່ຂ້ານ້ອຍເປັນນິມິດທີ່ກວນໃຈ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຄົນທໍລະຍົດກໍຍ່ອມເຮັດການທໍລະຍົດ

"ຄົນເຫລົ່ານັ້ນທີ່ຫລອກລວງຈະຫລອກລວງຕໍ່"

ຄົນທຳລາຍກໍຍ່ອມທຳລາຍ

"ແລະຄົນເຫລົ່ານັ້ນທີທຳລາຍຈະທຳລາຍຕໍ່"

ເອລາມເອີຍ, ຈົ່ງລຸກຂຶ້ນ ແລະ ໂຈມຕີ; ມີເດຍເອີຍ, ຈົ່ງລ້ອມໄວ້

ໃນນິມິດທີ່ໄດ້ຊົງປະທານແກ່ເອຊາຢາ, ພຣະເຈົ້າເວົ້າກັບທະຫານຂອງເອລາມ ແລະ ມີເດຍ ເຫມືອນກັບພວກເຂົາຢູ່ທີ່ນັ້ນກຳລັງຟັງລາວຢູ່. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-apostrophe)

ເອລາມເອີຍ, ຈົ່ງລຸກຂຶ້ນ ແລະ ໂຈມຕີ; ມີເດຍເອີຍ, ຈົ່ງລ້ອມໄວ້

ມັນຖືກເຂົ້າໃນວ່າພວກເຂົາກຳລັງຈະໂຈມຕີຊາວບາບີໂລນ. ອາດແປໄດ້ອີກວ່າ: "ຈົ່ງຂຶ້ນໄປ ແລະ ໂຈມຕີຊາວບາບີໂລນ, ເຈົ້າຜູ້ເປັນທະຫານຂອງເອລາມ; ຈົ່ງໄປ ແລະ ຈົ່ງລ້ອມຊາວບາບີໂລນໄວ້, ເຈົ້າທະຫານຂອງຊາວມີເດຍເອີຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-ellipsis)

ເອລາມ ... ມີເດຍ

ຄຳວ່າ "ເອລາມ" ແລະ "ມີເດຍ" ເປັນຕົວແທນເຖິງທະຫານຈາກສະຖານທີ່ເຫລົ່ານີ້. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເຮົາຈະເຮັດໃຫ້ການຄ່ຳຄວນຂອງເມືອງນັ້ນສິ້ນສຸດລົງ

ຄຳວ່າ "ຂອງນາງ" ເປັນຕົວແທນເຖິງປະຊາຊົນທັງຫມົດຜູ້ທີ່ທົນທຸກຍ້ອນຊາວບາບີໂລນນັ້ນ. ພຣະຢາເວຈະເຮັດໃຫ້ພວກເຂົາຢຸດຄໍ່າຄວນເມື່ອທະຫານເອລາມ ແລະ ມີເດຍທຳລາຍຊາວບາບີໂລນເສຍ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)