lo_tn/isa/19/19.md

3.1 KiB

ເສົາຫີນຫນຶ່ງແດ່ພຣະຢາເວທີ່ເຂດພົມແດນ

ສຳນວນ "ເຂດພົມແດນ" ຫມາຍຖິງເຂດພົມແດນຂອງເອຢິບ. ອາດແປໄດ້ອີກວ່າ: "ເສົາຫີນຫນຶ່ງ ຕໍ່ພຣະຢາເວທີ່ເຂດພົມແດນຂອງເອຢິບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຊຶ່ງຈະເປັນຫມາຍສຳຄັນ ແລະ ເປັນພຣະຍານແດ່ພຣະຢາເວຈອມໂຢທາໃນແຜ່ນດິນເອຢິບ

ຄຳນາມທີ່ເປັນນາມມະທຳ "ຫມາຍສຳຄັນ" ແລະ "ເປັນພະຍານ" ສາມາດສະແດງໃຫ້ເປັນຄຳກິລິຍາໄດ້ "ສະແດງ" ແລະ "ພິສຸດ." ອາດແປໄດ້ອີກວ່າ: "ແທນບູຊາຈະສະແດງ ແລະເປັນຂໍ້ພິສູດວ່າ ພຣະຢາເວຈອມໂຍທາເປັນຢູ່ໃນແຜ່ນດິນເອຢິບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ແດ່ພຣະຢາເວຈອມໂຢທາໃນແຜ່ນດິນເອຢິບ

ພຣະຢາເວເປັນຢູ່ໃນແຜ່ນດິນເອຢິບ ເປັນຕົວແທນເຖິງປະຊາຊົນເອຢິບ ທີ່ນະມັດສະການພຣະອົງ. ອາດແປໄດ້ອີກວ່າ: "ທີ່ປະຊາຊົນໃນແຜ່ນດິນເອຢິບ ນະມັດສະການພຣະຢາເວຈອມໂຍທາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ເມື່ອພວກເຂົາຮ້ອງທູນ

"ເມື່ອຊາວເອຢິບທັງຫລາຍຮ້ອງທູນ"

ເພາະເຫດບັນດາຜູ້ທີ່ບີບບັງຄັບ

"ເພາະເຫດທີ່ປະຊາຊົນເຮັດກັບພວກເຂົາຢ່າງໂຫດຮ້າຍ" ຫລື "ເພາະເຫດ ຄົນອຶ່ນເປັນເຫດເຮັດໃຫ້ພວກເຂົາທົນທຸກ"

ພຣະອົງຈະຊົງສົ່ງຜູ້ຊ່ວຍໃຫ້ລອດພົ້ນ ແລະ ຜູ້ປົກປ້ອງຄົນຫນຶ່ງ

ພຣະຢາເວຈະສົ່ງຄົນມາຊ່ວຍ ແລະ ປົກປ້ອງຊາວເອຢິບທັງຫລາຍ"

ຜູ້ນັ້ນຈະຊ່ວຍກູ້ພວກເຂົາ

ພຣະຢາເວຈະຊ່ວຍກູ້ພວກເຂົາສາມາດເຮັດໃຫ້ແຈ່ມແຈ້ງໄດ້. ອາດແປໄດ້ອີກວ່າ: "ພຣະຢາເວຈະຊ່ວຍກູ້ຊາວເອຢິບທັງຫລາຍຈາກຜູ້ບິບບັງຄັບຂອງພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)