lo_tn/isa/19/11.md

3.3 KiB

ພວກເຈົ້ານາຍຂອງເມືອງໂຊອານກໍໂງ່ງ່າວ. ຄຳແນະນຳຂອງບັນດາທີ່ປຶກສາທີ່ສະຫລາດທີ່ສຸດຂອງຟາໂຣກໍໄຮ້ປະໂຫຍດ

ສອງສຳນວນ ທີ່ຄ້າຍຄືກັນໃນຄວາມຫມາຍ. ອາດຈະເປັນພວກເຈົ້າຊາຍຂອງໂຊອານ ທີ່ເປັນຜູ້ທີ່ໃຫ້ຄຳປືກສາທີ່ສະຫລາດ ຫລື ຟາຣາໂຣ, ຫລື ພວກເຂົາເປັນອີກກຸ່ມຄົນຫນຶ່ງ ທີ່ຖືກສະແດງໃຫ້ເປັນຄົນໂງ່ຈ້າ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ເມືອງໂຊອານ

ນີ້ແມ່ນຊື່ເມືອງທາງເຫນືອຂອງເອຢິບ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ເຈົ້າຈະເວົ້າກັບຟາໂຣແນວໃດ ... ບັນດາກະສັດ?

ເອຊາຢາໃຊ້ຄຳຖາມນີ້ ເພື່ອຕໍານິຄົນເຫລົ່ານັ້ນທີ່ຢູ່ໃນເອຢິບ ທີ່ອ້າງຕົວວ່າເປັນຄົນສະຫລາດ. ອາດແປໄດ້ອີກວ່າ: "ເຈົ້າເວົ້າຢ່າງໂງ່ງ່າວຕໍ່ຟາຣາໂອ ... ບັນດາກະສັດ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ແລ້ວພວກນັກປາດຂອງເຈົ້າຢູ່ທີ່ໃດ?

ເອຊາຢາໃຊ້ຄຳຖາມນີ້ ເພື່ອຕຳຫນິຄົນສະຫລາດ. ຄຳວ່າ "ຂອງເຈົ້າ" ຫມາຍເຖິງຟາຣາໂອ. ອາດແປໄດ້ອີກວ່າ: "ເຈົ້າບໍ່ມີຄົນສະຫລາດອີກຕໍ່ໄປ." ຫລື "ຄົນສະຫລາດຂອງເຈົ້າເປັນຄົນໂງ່ຈ້າ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຂໍໃຫ້ພວກເຂົາບອກເຈົ້າ ແລະ ເຮັດໃຫ້ພວກເຈົ້າໄດ້ຮູ້ວ່າພຣະຢາເວຈອມໂຢທາຊົງວາງແຜນຫຍັງກ່ຽວກັບເອຢິບໄວ້

ເອຢາຊາກຳລັງໃຫ້ຄວາມຫມາຍວ່າ ຄົນສະຫລາດຄວນທີ່ຈະສາມາດເຂົ້າໃຈແຜນການຂອງພຣະເຈົ້າ, ແຕ່ເອຊາຢາບໍ່ໄດ້ເຊື່ອພວກເຂົາວ່າເປັນຄົນສະຫລາດແທ້ໆ. ອາດແປໄດ້ອີກວ່າ: "ຖ້າພວກເຂົາເປັນຄົນສະຫລາດແທ້, ພວກເຂົາຈະສາມາດບອກພວກເຈົ້າເຖິງສິ່ງທີ່ພຣະຢາເວຈອມໂຍທາ ມີແຜນການຫຍັງກັບເອຢິບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-irony)