lo_tn/isa/19/05.md

1.3 KiB

ນ້ຳໃນທະເລຈະຫົດແຫ້ງໄປ, ແລະ ແມ່ນ້ຳຈະແຫ້ງລົງ ແລະ ບໍ່ມີນ້ຳຢູ່ເລີຍ

ຊາວເອຢິບຫມາຍເຖິງແມ່ນໍ້າໄນເຫມືອນ "ທະເລ." ສອງສຳນວນເຫລົ່ານີ້ ພື້ນຖານແລ້ວມີຄວາມຫມາຍອັນດຽວກັນ. ອາດແປໄດ້ອີກວ່າ: "ແມ່ນໍ້າໄນຈະແຫ້ງຢ່າງສິ້ນເຊິງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ຈະເນົ່າເຫມັນ

"ຈະເນົ່າມີກິ່ນເຫມັນ" ຫລື "ກິ່ນເຫມັນ"

ຫົດແຫ້ງລົງ

"ຫລຸດລົງຕໍ່າ"

ພວກຕົ້ນກົກ ແລະ ຕົ້ນອໍ້ກໍຈະຫ່ຽວແຫ້ງໄປ

"ຕົ້ນກົກ" ແລະ "ຕົ້ນອໍ້" ຫມາຍເຖິງປະເພດຂອງພືດທີ່ຢູ່ໃນນໍ້າ. ອາດແປໄດ້ອີກວ່າ: "ພືດທີ່ຢູ່ຕາມລອງແມ່ນໍ້າຈະຕາຍ ແລະ ເນົ່າເປື່ອຍ"