lo_tn/isa/18/06.md

4.0 KiB

ກິ່ງໄມ້ເຫລົ່ານັ້ນຈະຖືກຝັງໄວ້ນຳກັນ

ພຣະເຈົ້າເບິ່ງຄືປ່ຽນການເວົ້າຄຳອຸບປະມາເວົ້າໃນທາງທີ່ກົງຫລາຍຂຶ້ນກ່ຽວກັບຊົນຊາດນັ້ນ. ນີ້ສາມາດຖືກເວົ້າໃຫ້ແຈ່ມແຈ້ງຂຶ້ນ. ອາດແປໄດ້ອີກວ່າ: "ຄົນເຫລົ່ານັ້ນທີ່ຂ້າຄົນຕາຍຈະຖືກປະຖິ້ມໄວ້ນຳກັນ" ຫລື "ເຫມືອນດັ່ງກິ່ງຕ່າງໆທີ່ຖືກຕັດ ແລະ ຖືກໂຍນຖິ້ມໄກ, ຊາກສົບຂອງຄົນເຫລົ່ານັ້ນທີ່ຖືກຂ້າຈະຖືກປະຖິ້ມໄວ້ເທິງພື້ນດິນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parables)

ພວກນົກຈະກິນພວກມັນໃນລະດູຮ້ອນ

"ນົກຈະກິນກພວກມັນໃນລະຫວ່າງລະດູຮ້ອນ." ຄຳວ່າ "ນົກ" ຫມາຍເຖິງນົກທີ່ກິນຊາກສົບຄົນຕາຍ.

ໃຫ້ແກ່ສັດຕ່າງໆຂອງແຜ່ນດິນໂລກ

"ສັດປ່າທຸກປະເພດ"

ຈະກິນພວກມັນໃນລະດູຫນາວ

"ຈະກິນພວກມັນໃນລະດູຫນາວ"

ຈາກພວກຄົນທີ່ຕົວສູງແລະ ຜິວກ້ຽງໃສ ... ຊົນຊາດທີ່ທັງຄົນຢູ່ໃກ້ ແລະ ຢູ່ໄກຕ່າງເກງກົວ ... ຊົນຊາດທີ່ເຂັ້ມແຂງແລະ ຢ້ຽບຢ້ຳລົງ, ຊຶ່ງແຜ່ນດິນຂອງເຂົາຖືກແບ່ງດ້ວຍແມ່ນ້ຳ

ສຳນວນເຫລົ່ານີ້ທັງຫມົດ ບັນຍາຍເຖິງປະຊາຊົນຊາດຫນຶ່ງ. ເບິ່ງເພີ່ມເຕີມວິທີທີ່ທ່ານແປສຳນວນເຫລົ່ານີ້ໃນ 18:1.

ຈາກພວກຄົນທີ່ຕົວສູງແລະ ຜິວກ້ຽງໃສ

"ຄົນເຫລົ່ານັ້ນທີ່ສູງ ແລະ ຜິວກ້ຽງໃສດີ"

ຊົນຊາດທີ່ທັງຄົນຢູ່ໃກ້ ແລະ ຢູ່ໄກຕ່າງເກງກົວ

ຄຳວ່າ "ໄກ" ແລະ "ໃກ້" ຖືກໃຊ້ນຳກັນຫມາຍເຖິງ "ທຸກທີ່ທຸກບ່ອນ." ອາດແປໄດ້ອີກວ່າ: "ປະຊາຊົນຜູ້ທີ່ຢຳເກງທຸກໆບ່ອນ" ຫລື "ປະຊາຊົນທຸກໆຄົນໃນແຜ່ນດິນໂລກຈະຢຳເກງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-merism)

ຊົນຊາດທີ່ເຂັ້ມແຂງ ແລະ ຢ້ຽບຢ້ຳລົງ

ຢຽບຢ້ຳລົງ ເປັນຕົວແທນຂອງການປົກຄອງຊົນຊາດອຶ່ນໆ. ອາດແປໄດ້ອີກວ່າ: "ຊົນຊາດທີ່ເຂັ້ມແຂງ ແລະ ປົກຄອງຊົນຊາດອຶ່ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ໄປຍັງສະຖານທີ່ແຫ່ງພຣະນາມຂອງພຣະຢາເວຈອມໂຍທາໄປຍັງພູເຂົາຊີໂອນ

ຄຳວ່າ "ພຣະນາມ" ຫມາຍເຖິງພຣະຢາເວ. ອາດແປໄດ້ອີກວ່າ: "ພູເຂົາຊີໂອນ, ບ່ອນທີ່ພຣະຢາເວຈອມໂຍທາສະຖິດຢູ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)