lo_tn/isa/18/04.md

4.1 KiB
Raw Permalink Blame History

ຂໍ້ມູນທົ່ວໄປ:

ພຣະເຈົ້າໃຊ້ຄຳອຸບປະມາຂອງຊາວສວນທີ່ຢູ່ໃນສວນອະງຸ່ນ ເພື່ອບັນຍາຍເຖິງສິ່ງທີ່ ພຣະອົງຈະຊົງເຮັດກັບຊົນຊາດນັ້ນຢ່າງແນ່ນອນ. ຊົນຊາດນັ້ນເປັນເອທິໂອເປຍ ຫລື ສັດຕູຂອງເອທິໂອເປຍ.

ນີ້ເປັນສິ່ງທີ່ພຣະຢາເວໄດ້ກ່າວກັບຂ້າພະເຈົ້າ

"ພຣະຢາເວເວົ້າກັບຂ້ານ້ອຍ." ທີ່ນີ້ຄຳວ່າ "ຂ້ານ້ອຍ" ຫມາຍເຖິງເອຊາຢາ.

ເຮົາຈະສັງເກດເບິ່ງຈາກທີ່ອາໃສຂອງເຮົາຢ່າງງຽບໆ

ສິ່ງທີ່ພຣະເຈົ້າຈະສັງເກດເບິ່ງ ສາມາຖືກລະບຸໃຫ້ເປັນປະໂຫຍກທີ່ຊັດເຈນໄດ້. ອາດແປໄດ້ອີກວ່າ: "ເຮົາຈະສັງເກດເບິ່ງຊົນຊາດນັ້ນຢ່າງງຽບໆຢູ່ທີເຮືອນຂອງເຮົາ" ຫລື "ຈາກທີ່ເຮືອນຂອງເຮົາ, ເຮົາຈະເບິ່ງສີ່ທີ່ປະຊາຊົນຂອງຊົນຊາດນັ້ນເຮັດຢ່າງງຽບໆ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ເຫມືອນກັບຄວາມຮ້ອນທີ່ຮ້ອນຂຶ້ນ, ເມື່ອຢູ່ໃນແສງແດດເຫມືອນກັບເມກຫມອກທີ່ຢູ່ທ່າມກາງຄວາມຮ້ອນໃນລະດູເກັບກ່ຽວ

ສຳນວນເຫລົ່ານີ້ສະແດງໃຫ້ເຫັນວິທີ່ພຣະເຈົ້າເບິ່ງຊົນຊາດນັ້ນຢ່າງງຽບໆ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ກ່ອນທີ່ຈະເຖິງລະດູເກັບກ່ຽວ

"ກ່ອນການເກັບກ່ຽວຫມາກອະງຸ່ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ເມື່ອດອກໄມ້ບານຜ່ານພົ້ນໄປແລ້ວ

ມັນສາມາດຖືກລະບຸທີ່ນີ້ຫມາຍເຖິງດອກຂອງຫມາກອະງຸ່ນ. ອາດແປໄດ້ອີກວ່າ: "ເມື່ອດອກຂອງຫມາກອະງຸ່ນໄດ້ຜ່ານພົ້ນໄປແລ້ວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ພຣະອົງຈະຊົງຕັດກິ່ງເຫລົ່ານັ້ນ

ຖ້າຊາວນາໃຊ້ກິ່ງໃຫມ່ທີ່ບໍ່ໄດ້ເກີດຫມາກ, ລາວຈະຕັດມັນອອກໄປ. ອາດແປໄດ້ອີກວ່າ: "ຊາວນາຈະຕັດກິ່ງເຫລົ່ານັ້ນທີ່ບໍ່ເກີດຜົນຖິ້ມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ມີດຕັດກິ່ງໄມ້

ມີດຕັດກິ່ງໄມ້ ເປັນມີດທີ່ຄົນໃຊ້ຕັດກິ່ງອອກຈາກເຄືອ ຫລື ພືດຊະນິດອຶ່ນ.

ພຣະອົງຈະຊົງຕັດພວກກິ່ງທີ່ແຜ່ຂະຫຍາຍລົງໄປ ແລະ ເອົາອອກໄປ

ຊາວນາເບິ່ງຕອນກິ່ງມັນໃຫຍຂຶ້ນຫລາຍເກີນໄປ ແລະ ຮັກສາເຄືອງຸ່ນທີ່ໃຫ້ຫມາກອະງຸ່ນຫລາຍ. ພຣະອົງຈະຕັດມັນອອກ ແລະ ໂຍນມັນຖິ້ມໄປ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)