lo_tn/isa/18/03.md

3.1 KiB

ປະໂຫຍກເຊື່ອມຕໍ່:

ຂໍ້ 3 ໄດ້ບອກເຮົາເຖິງສິ່ງທີ່ຜູ້ສົ່ງຂ່າວໃນ 18:1 ຕ້ອງເວົ້າກັບປະຊາຊົນທັງຫມົດໃນໂລກ.

ພວກເຈົ້າທຸກຄົນທີ່ອາໃສຢູ່ໃນໂລກນີ້ ... ພວກເຈົ້າທີ່ອາໃສຢູ່ເທິງແຜ່ນດິນໂລກ

ສອງສຳນວນເຫລົ່ານີ້ພື້ນຖານແລ້ວມີຄວາມຫມາຍຄືກັນ. ອາດແປໄດ້ອີກວ່າ: "ທັງຫມົດໃນພວກເຈົ້າປະຊາຊົນເທິງແຜນດິນໂລກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ເມື່ອສັນຍານໄດ້ ຖືກຍົກຂຶ້ນເທິງພູເຂົາເຫລົ່ານັ້ນ, ຈົ່ງເບິ່ງເຖີດ; ແລະ ເມື່ອສຽງແກເປົ່າຂຶ້ນ, ຈົ່ງຟັງເຖີດ

ສັນຍານ ແລະ ສຽງແກເປົ່າເປັນການເອີ້ນປະຊາຊົນເຂົ້າສູ່ສົງຄາມ. ຄຳສັ່ງໃຫ້ເບິ່ງ ແລະ ຟັງຄຳສັ່ງເພື່ອໃຫ້ໃສ່ໃຈ ແລະ ກຽມພ້ອມເຂົ້າສູ່ສົງຄາມ. ອາດແປໄດ້ອີກວ່າ: "ຈົ່ງໃສ່ໃຈເມື່ອສັນຍານຖືກຍົກຂຶ້ນເທິງພູເຂົາ ແລະ ສຽງແກຖືກເປົ່າ"

ເມື່ອສັນຍານໄດ້ ຖືກຍົກຂຶ້ນເທິງພູເຂົາເຫລົ່ານັ້ນ, ຈົ່ງເບິ່ງເຖີດ

ສັນຍານເປັນທຸງທີ່ຖືກໃຊ້ເພື່ອເອີ້ນປະຊາຊົນເຂົ້າສູ່ສົງຄາມ. ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ຈົ່ງໃສ່ໃຈເມື່ອພວກເຈົ້າເບິ່ງທຸງສົງຄາມເທິງພູເຂົາ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-explicit]] ແລະ [[rc:///ta/man/translate/figs-activepassive]])

ເມື່ອແຕ່ແກເປົ່າຂຶ້ນ, ຈົ່ງຟັງເຖີດ.

ແກຖືກໃຊ້ເພື່ອເອີ້ນປະຊາຊົນເຂົ້າສູ່ສົງຄາມ. ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ຈົ່ງໃສ່ໃຈເມື່ອພວກເຈົ້າໄດ້ຍິນສຽງແກໃຫ້ເຂົ້າສູ່ສົງຄາມ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-explicit]] ແລະ [[rc:///ta/man/translate/figs-activepassive]])