lo_tn/isa/16/06.md

3.4 KiB

ຂໍ້ມູນທົ່ວໄປ:

ນີ້ແມ່ນການສືບຕໍ່ກ່າວຄຳທຳນວາຍກ່ຽວກັບປະຊາຊົນໂມອາບ. ພຣະເຈົ້າບັນລະຍາຍເຫດການທີ່ຈະເກີດຂຶ້ນໃນອານາຄົດ ເຫມືອນກັບວ່າມັນກຳລັງເກີດຂຶ້ນແລ້ວໃນປັດຈຸບັນ. (ເບິ່ງເພີ່ມເຕີມ: 15:1)

ພວກເຮົາໄດ້ຍິນເຖິງຄວາມທະນົງຕົວຂອງໂມອາບ, ຄວາມຈອງຫອງ, ການໂອ້ອວດ, ແລະ ຄວາມໃຈຮ້າຍຂອງເຂົາ

ຄຳວ່າ "ຂອງໂມອາບ" ແລະ "ຂອງລາວ" ຫມາຍເຖິງປະຊາຊົນໂມອາບ. ອາດແປໄດ້ອີກວ່າ: "ພວກເຮົາໄດ້ຍິນວ່າປະຊາຊົນໂມອາບຈອງຫອງ ແລະ ໂອຫັງ, ອວດອ້າງ ແລະ ໂກດຮ້າຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພວກເຮົາໄດ້ຍິນ

ຄວາມຫມາຍທີ່ອາດເປັນໄປໄດ້ 1) ເອຊາຢາກຳລັງເວົ້າຢູ ແລະ "ພວກເຮົາ" ຫມາຍເຖິງຕົວລາວເອງ ແລະ ປະຊາຊົນຢູດາ ຫລື 2) ພຣະເຈົ້າກຳລັງເວົ້າຢູ່ ແລະ "ພວກເຮົາ" ຫມາຍເຖິງພຣະເຈົ້າ.

ແຕ່ການໂອ້ອວດຂອງເຂົາເປັນຖ້ອຍຄຳທີ່ໄຮ້ປະໂຫຍດ

ແຕ່ສິ່ງທີ່ພວກເຂົາເວົ້າກ່ຽວກັບພວກເຂົາເອງຫມາຍເຖິງບໍ່ມີຫຍັງ" ຫລື "ແຕ່ສິ່ງທີ່ພວກເຂົາໂອ້ອວດນັ້ນ ບໍ່ແມ່ນຄວາມຈິງ"

ດັ່ງນັ້ນໂມອາບຈຶ່ງຄ່ຳຄວນເຖິງໂມອາບ - ພວກເຂົາທຸກຄົນຄ່ຳຄວນ

"ໂມອາບ" ເປັນຕົວແທນເຖິງປະຊາຊົນໂມອາບ. "ດັ່ງນັ້ນ ປະຊາຊົນໂມອາບທັງຫມົດຈະຮ້ອງໄຫ້ສຽງດັ່ງ ເຖິງສິ່ງທີ່ໄດ້ເກີດຂຶ້ນກັບເມືອງຕ່າງໆຂອງພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເຖິງຂະຫນົມເຄັກຫມາກລະແຊງຂອງເມືອງກີເຣ-ຮາເຣເສັດ

"ເພາະວ່າ ບໍ່ມິຂະຫນົມເຄັກຫມາກລະແຊງໃນເມືອງກີເຣ-ຮາເຣເສັດ"

ຂະຫນົມເຄັກຫມາກລະແຊງ

ຄຳສັບເຮັບເຣີ ໃຊ້ໃນທີ່ນີ້ ຫມາຍຄວາມວ່າ "ຂະຫນົມເຄັກຫມາກລະແຊງ" ຫລື "ພວກຜູ້ຊາຍ."

ເມືອງກີເຣ-ຮາເຣເສັດ

"ເມືອງກີເຣ-ຮາເຣເສັດ" ເປັນຊື່ຂອງເມືອງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)