lo_tn/isa/16/05.md

1.9 KiB
Raw Permalink Blame History

ບັນລັງຈະຖືກສະຖາປະນາໃນພັນທະສັນຍາອັນສັດຊື່

ທີ່ນີ້ "ບັນລັງ" ຫມາຍເຖິງຣິດອຳນາດໃນການປົກຄອງເຫມືອນກະສັດ. ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ພຣະຢາເວຈະເປັນຄວາມສັດຊື່ ຕໍ່ພັນທະສັນຍາ ແລະ ພຣະອົງຈະຕັ້ງກະສັດ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-activepassive]])

ຄົນຫນຶ່ງຈາກເຕັນຂອງດາວິດຈະປະທັບຢ່າງສັດຊື່ທີ່ນັ້ນ

ໃນນີ້ຄຳວ່າ "ເຕັນຂອງດາວິດ" ເປັນຕົວແທນເຖິງຄອບຄົວຂອງດາວິດ. ລວມເຖິງເຊື້ອສາຍຂອງລາວດ້ວຍ. ນັ່ງເທິງບັນລັງ ເປັນຕົວແທນເຖິງການປົກຄອງ. ອາດແປໄດ້ອີກວ່າ: "ແລະ ເຊື້ອສາຍຂອງດາວິດຈະປົກຄອງຢ່າງສັດຊື່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຢ່າງທີ່ ພຣະອົງສະແຫວງຫາຄວາມຍຸດຕິທຳ

ສະແຫວງຫາຄວາມຍຸດຕິທຳ ເປັນຕົວແທນເຖິງ ຕ້ອງການທີ່ຈະເຮັດສິ່ງທີ່ຍຸດຕິທຳ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)