lo_tn/isa/16/01.md

3.2 KiB
Raw Permalink Blame History

ຂໍ້ມູນທົ່ວໄປ:

ນີ້ແມ່ນການສືບຕໍ່ກ່າວຄຳທຳນວາຍກ່ຽວກັບປະຊາຊົນໂມອາບ. ພຣະເຈົ້າບັນລະຍາຍເຫດການທີ່ຈະເກີດຂຶ້ນໃນອານາຄົດເຫມືອນກັບວ່າມັນກຳລັງເກີດຂຶ້ນແລ້ວໃນປັດຈຸບັນ. ຂໍ້ທີ່ຫນຶ່ງ ແມ່ນອາດຈະກ່າວເຖິງສິ່ງທີ່ພຣະເຈົ້າເວົ້າກັບພວກຜູ້ປົກຄອງຂອງໂມອາບ ເຊິ່ງເປັນສິ່ງທີ່ພວກເຂົາຈະເວົ້າຕໍ່ກັນ ແລະ ກັນ. (ເບິ່ງເພີ່ມເຕີມ: 15:1)

ສົ່ງພວກແກະໂຕຜູ້ໄປຍັງຜູ້ປົກຄອງແຜ່ນດິນ

ຊາວໂມອາບຈະສົ່ງພວກແກະໂຕຜູ້ໃຫ້ແກ່ກະສັດຢູດາ ເພື່ອທີ່ວ່າ ພະອົງຈະປົກປ້ອງພວກເຂົາຈາກທະຫານຂອງສັດຕູ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-symaction)

ເມືອງເສລາ

ນີ້ເປັມຊື່ເມືອງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ລູກສາວແຫ່ງຊີໂອນ

ຄຳວ່າ "ລູກສາວ" ຂອງເມືອງຫມາຍເຖິງປະຊາຊົນຂອງເມືອງ. ເບິ່ງການແປນີ້ເພີ່ມເຕີມໃນ 1:7. ອາດແປໄດ້ອີກວ່າ: "ປະຊາຊົນຊີໂອນ" ຫລື "ປະຊາຊົນຜູ້ທີ່ອາໄສຢູ່ໃນຊີໂອນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ພວກນົກທີ່ຖືກໄລ່ ເຮັດໃຫ້ກະແຈກກະຈາຍໄປ, ພວກຜູ້ຍິງຂອງໂມອາບທີ່ຢູ່ທີ່ທ່ານໍ້າຂອງແມ່ນ້ຳອາກໂນນກໍເປັນຢ່າງນັ້ນ

ປະຊາຊົນໂມອາບທັງຫມົດ, ຊຶ່ງລວມທັງພວກຜູ້ຍິງ, ຖືກບັງຄັບໃຫ້ຫນີຈາກບ້ານເຮືອນຂອງພວກເຂົາ. ອາດແປໄດ້ອີກວ່າ: "ເຫມືອນດັ່ງ ພວກນົກບໍ່ມີເຮືອນຢູ່, ພວກຜູ້ຍິງຂອງໂມອາບຈະຫນີຂ້າມແມ່ນໍ້າ ໄປຫາອີກແຜ່ນດິນຫນຶ່ງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ພວກນົກທີ່ຖືກໄລ່, ເຮັດໃຫ້ກະແຈກກະຈາຍໄປ

ສອງສຳນວນເຫລົ່ານີ້ພື້ນຖານແລ້ວມີຄວາມຫມາຍຄືກັນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)