lo_tn/isa/15/08.md

3.3 KiB

ຂໍ້ມູນທົ່ວໄປ:

ນີ້ແມ່ນການສືບຕໍ່ກ່າວຄຳທຳນວາຍກ່ຽວກັບປະຊາຊົນໂມອາບ. ພຣະເຈົ້າບັນລະຍາຍເຫດການທີ່ຈະເກີດຂຶ້ນໃນອານາຄົດ ເຫມືອນກັບວ່າມັນກຳລັງເກີດຂຶ້ນແລ້ວໃນປັດຈຸບັນ. (ເບິ່ງເພີ່ມເຕີມ: 15:1)

ການຮ້ອງໄຫ້ໄດ້ກະຈາຍໄປທົ່ວເຂດແດນຂອງໂມອາບ

ການຮ້ອງໄຫ້ຂອງປະຊາຊົນ ແລະ ຄົນອື່ນທີ່ໄດ້ຍິນມັນຖືກເວົ້າວ່າການຮ້ອງໄຫ້ໄດ້ກະຈາຍໄປທົ່ວ. ອາດແປໄດ້ອີກວ່າ: "ປະຊາຊົນທັງຫມົດຕະຫລອດທົ່ວເຂດແດນຂອງໂມອາບຮ້ອງໄຫ້ອອກມາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ການຄ່ຳຄວນທີ່ໄກໄປເຖິງເມືອງເອັກລາອີມ ແລະ ເມືອງເບເອເຣລີມ

ຄຳວ່າ "ໄດ້ກະຈາຍໄປ" ຖືກເຂົ້າໃຈໃນໄດ້. ປະຊາຊົນຄໍ່າຄວນ ແລະ ປະຊາຊົນຄົນອື່ນໄດ້ຍິນ ຖືກເວົ້າເຫມືອນກັບວ່າການຄ່ຳຄວນໄດ້ກະຈາຍໄປເຖິງເມືອງເອັກລາອີມ ແລະ ເມືອງເບເອເຣລີມ. ອາດແປໄດ້ອີກວ່າ: "ການຄ່ຳຄວນໄດ້ກະຈາຍໄປໄກຈົນເຖິງເມືອງເອັກລາອີມ ແລະ ເມືອງເບເອເຣລີມ" ຫລື "ເຖິງແມ່ນວ່າປະຊາຊົນເມືອງເອັກລາອີມ ແລະ ເມືອງເບເອເຣລີມໄດ້ຍິນສຽງຄໍ່າຄວນ"

ເມືອງເອັກລາອີມ ... ເມືອງເບເອເຣລີມ ... ເມືອງດີໂມນ

ຊື່ເຫລົ່ານີ້ຂອງເມືອງຕ່າງໆ ແລະ ຕົວເມືອງຕ່າງໆ. ດີໂມນເປັນເມືອງຫລວງຂອງປະເທດໂມອາບ. ບາງສະບັບທີ່ທັນສະໄຫມມີ "ດີໂບນ" ແທນທີ່ "ດີໂມນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ແຕ່ເຮົາຈະເພີ່ມໄພໃຫ້ກັບເມືອງດີໂມນຫລາຍກວ່ານີ້

ທີ່ນີ້ "ເຮົາ" ຫມາຍເຖິງພຣະຢາເວ. ຍັງຫມາຍເຖິງ, "ເທິງດີໂມນ" ຫມາຍເຖິງປະຊາຊົນ. ອາດແປໄດ້ອີກວ່!: "ແຕ່ເຮົາແຮ່ງຈະເຮັດໃຫ້ເກີດບັນຫາຂຶ້ນຕື່ມອີກສຳລັບປະຊາຊົນດີໂມນ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)