lo_tn/isa/15/05.md

2.9 KiB

ຂໍ້ມູນທົ່ວໄປ:

ນີ້ແມ່ນການສືບຕໍ່ກ່າວຄຳທຳນວາຍກ່ຽວກັບປະຊາຊົນໂມອາບ. ພຣະເຈົ້າບັນລະຍາຍເຫດການທີ່ຈະເກີດຂຶ້ນໃນອານາຄົດ ເຫມືອນກັບວ່າມັນກຳລັງເກີດຂຶ້ນແລ້ວໃນປັດຈຸບັນ. (ເບິ່ງເພີ່ມເຕີມ: 15:1)

ຫົວໃຈຂອງຂ້ານ້ອຍຮ້ອງໄຫ້ອອກມາເພື່ອໂມອາບ

ຫົວໃຈ ເປັນຕົວແທນເຖິງຄວາມຮູ້ສຶກ. ພຣະເຈົ້າໄດ້ເວົ້າເຖິງຄວາມໂສກເສົ້າຂອງລາວນັ້ນຍິ່ງໃຫຍ່ຫລາວ ເຫມືອນກັບວ່າ ຫົວໃຈຂອງລາວຮ້ອງໄຫ້ອອກມາ" ອາດແປໄດ້ອີກວ່າ: "ເຮົາໂສກເສົ້າແທ້ໆ ກ່ຽວກັບສິ່ງທີ່ເກີດຂຶ້ນກັບໂມອາບ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] or [[rc:///ta/man/translate/figs-metaphor]])

ພວກຜູ້ລີ້ໄພຂອງເມືອງນັ້ນໄດ້ຫນີໄປ

"ພວກຜູ້ລີ້ໄພຈາກໂມອາບຈະຫນີໄປ." ພວກຜູ້ລີ້ໄພເປັນການປຽບເຖິງຄົນ ທີ່ແລ່ນຫນີ ເພື່ອທີ່ສັດຕູຈະບໍ່ຈັບລາວໄປ.

ເມືອງໂຊອາ ... ເມືອງເອັກລາດ ເຊລິດຊີຢາ ... ເມືອງລູຫິດ ... ໂຮໂຣນາອິມ ... ນິມຣິມ

ເຫລົ່ານີ້ແມ່ນຊື່ຂອງເມືອງຕ່າງໆ ແລະ ຕົວເມືອງຕ່າງໆ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ການຖືກທຳລາຍຕາມຫົນທາງ

ນີ້ສາມາດຖືກປ່ຽນເປັນຄຳທີ່ມາຈາກຄຳນາມທີ່ເປັນນາມມະທຳ "ຖືກທຳລາຍ" ສະແດງໃຫ້ເຫັນເປັນຄຳກິລິຍາ "ການທຳລາຍ." ອາດແປໄດ້ອີກວ່າ: "ເພາະວ່າ ເມືອງຂອງພວກເຂົາຖືກທຳລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ຄວາມອຸດົມສົມບູນ

"ທຸກໆສິ່ງ"

ລຳທານແຫ່ງຕົ້ນຫລິວໄປ

ນີ້ຫມາຍເຖິງແມ່ນໍ້າທີ່ທາງຊາຍແດນດ້ານໃຕ້ຂອງໂມອາບ.