lo_tn/isa/15/03.md

2.4 KiB
Raw Permalink Blame History

ຂໍ້ມູນທົ່ວໄປ:

ນີ້ແມ່ນການສືບຕໍ່ກ່າວຄຳທຳນວາຍກ່ຽວກັບປະຊາຊົນໂມອາບ. ພຣະເຈົ້າບັນລະຍາຍເຫດການທີ່ຈະເກີດຂຶ້ນໃນອານາຄົດເຫມືອນກັບວ່າມັນກຳລັງເກີດຂຶ້ນແລ້ວໃນປັດຈຸບັນ. (ເບິ່ງເພີ່ມເຕີມ: 15:1)

ພວກເຂົາສວມໃສ່ຜ້າກະສອບ

ພວກເຂົາເຮັດສິ່ງນີ້ເພື່ອສະແດງໃຫ້ເຫັນເຖິງຄວາມໂສກເສົ້າແທ້ໆ. ອາດແປໄດ້ອີກວ່າ: "ພວກເຂົາສວມໃສ່ຜ້າກະສອບ ແລະ ຮ້ອງໄຫ້ໄວ້ທຸກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-symaction)

ເມືອງເຮັດສະໂບນ ... ເມືອງເອເລອາເລ ... ເມືອງຢາຮາດ

ເຫລົ່ານີ້ແມ່ນຊື່ຂອງເມືອງຕ່າງໆ ແລະ ຕົວເມືອງຕ່າງໆດ້ວຍ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ເມືອງເຮັດສະໂບນ ແລະ ເມືອງເອເລອາເລ ຮ້ອງຫາຂໍ

ຊື່ເມືອງເຫລົ່ານີ້ເປັນຕົວແທນຂອງປະຊາຊົນເຫລົ່ານີ້ທີ່ຢູ່ໃນເມືອງຕ່າງໆ. "ປະຊາຊົນຂອງເມືອງເຮັດສະໂບນ ແລະ ເມືອງເອເລອາເລ ຮ້ອງຫາຂໍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພວກເຂົາສັ່ນສະທ້ານຢູ່ພາຍໃນຕົວເອງ.

ການສັ່ນສະທ້ານທາງກາຍຍາພາບ ເປັນການປຽບທຽບເຖິງຄວາມຢ້ານ. ອາດແປໄດ້ອີກວ່າ: "ພວກເຂົາຈະເຕັມໄປດ້ວຍຄວາມຢ້ານຢ່າງສິ້ນເຊິງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)