lo_tn/isa/14/31.md

3.8 KiB

ປະຕູເມືອງ​, ຈົ່ງຄວນຄາງ, ເມືອງເອີຍ ຈົ່ງຮ້ອງໄຫ້,

ໃນນີ້ຄຳວ່າ "ປະຕູເມືອງ" ແລະ "ເມືອງ" ເປັນຕົວແທນຂອງປະຊາຊົນທີ່ຢູ່ໃນປະຕູເມືອງ ແລະ ໃນເມືອງຕ່າງໆ. " ຈົ່ງຄວນຄາງ, ພວກເຈົ້າປະຊາຊົນທີ່ປະຕູເມືອງ, ພວກເຈົ້າປະຊາຊົນໃນເມືອງຕ່າງໆ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພວກເຈົ້າທຸກຄົນຈະລະລາຍໄປ

ການລະລາຍໄປເປັນຕົວແທນເຖິງເຫມາະສົມກັບຄວາມອ່ອນແອຍ້ອນຄວາມຢ້ານກົວ. ອາດແປໄດ້ອີກວ່າ: "ພວກເຈົ້າຈະອ່ອນແອພ້ອມກັບຄວາມຢ້ານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເພາະເມກຄວັນອອກມາຈາກທາງເຫນືອ

ນີ້ຫມາຍເຖິງຈຳນວນຫລວງຫລາຍມາຈາກທິດເຫນືອ. ອາດແປໄດ້ອີກວ່າ: "ເພາະຈາກທິດເຫນືອທະຫານມາເປັນຈຳນວນຫລວງຫລາຍພ້ອມກັບເມກຄວັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ເມກຄວັນ

ຄວາມຫມາຍທີ່ອາດເປັນໄປໄດ້ 1) ນີ້ເປັນຕົວແທນຂອງຝຸ່ນເມກທີ່ທະຫານໄດ້ເຕີມເຕັມຂະນະທີ່ພວກເຂົາເດີນທາງເທິງທາງດິນແຫ້ງ. ອາດແປໄດ້ອີກວ່າ: "ຝຸ່ນເມກ" ຫລື 2) ມີຄວັນຫລາຍເພາະວ່າສິ່ງທັງຫມົດທີ່ທະຫານທຳລາຍ ແລະ ເຜົາຜານເສຍ. ອາດແປໄດ້ອີກວ່າ: "ຄວັນຫລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ທີ່ແຕກອອກຈາກແຖວຂອງຕົນເລີຍ

"ບໍ່ມີໃຜທີ່ບ່າງແຕກແຖວໂດຍການຍ່າງຊ້າໆຕາມຫລາຍອີກຄົນຫນຶ່ງ"

ແລ້ວຄົນຈະຕອບພວກຄົນສົ່ງສານຂອງຊົນຊາດນັ້ນວ່າຢ່າງໃດ?

ຜູ້ຂຽນໃຊ້ຄຳຖາມນີ້ເພື່ອແນະນະການທຳລາຍວິທີທີ່ອິດສະຣາເອນຄວນເວົ້າກັບຄົນສົ່ງສານນັ້ນ. ອາດແປໄດ້ອີກວ່າ: "ນີ້ແມ່ນວິທີທີ່ພວກເຮົາຈະຕອບຜູ້ສົ່ງສານຂອງຟີລິດສະຕິນ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ພຣະຢາເວໄດ້ວາງຖານຮາກຊີໂອນໄວ້

"ພຣະຢາເວໄດ້ເລີ່ມຕົ້ນຊີໂອນ"

ແລະຄົນທີ່ທົນທຸກ

"ແລະໃນທີ່ນັ້ນ" ຫລື "ທີ່ນັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)

ຄົນທີ່ທົນທຸກຂອງຊົນຊາດຂອງພຣະອົງ

"ປະຊາຊົນເຫລົ່ານັ້ນຂອງພຣະອົງຜູ້ທີ່ໄດ້ທົນທຸກ"