lo_tn/isa/14/28.md

3.6 KiB

ທີ່ໄມ້ຄ້ອນທີ່ໄດ້ຕີພວກເຈົ້າຫັກລົງແລ້ວ

ໄມ້ຄ້ອນເທົ້າທີ່ຕີພວກຟີລິດສະຕິນເປັນຕົວແທນເຖິງກະສັດ ຜູ້ທີ່ໄດ້ສົ່ງທະຫານຂອງພະອົງໄປໂຈມຕີພວກເຂົາ. ມັນຫັກລົງ ເປັນຕົວແທນເຖິງຄວາມຕາຍ ຫລື ການພ່າຍແພ້. ອາດແປໄດ້ອີກວ່າ: "ກະສັດນັ້ນ ໄດ້ສົ່ງທະຫານຂອງພະອົງຕໍ່ສູ້ເຈົ້ານັ້ນ ຕາຍແລ້ວ" ຫລື "ທະຫານທີ່ໂຈມຕີເຈົ້າຖືກເຮັດໃຫ້ພ່າຍແພ້ແລ້ວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເພາະງູໂຕຫນຶ່ງຈະເຕີບໃຫຍ່ມາຈາກຮາກເຫງົ້າຂອງງູພິດ ... ເຊື້ອສາຍຂອງເຂົາຈະເປັນໂຕມັງກອນ

ສອງສຳນວນເຫລົ່ານີ້ ທັງສອງເປັນພາບຂອງເຊື້ອສາຍງູພິດ ແຮ່ງອັນຕະລາຍຫລາຍກວ່າງູພິດທົ່ວໄປ. ພວກເຂົາເປັນຕົວແທນເຖິງ ຜູ້ສຳເລັດຂອງກະສັດເປັນຫລາຍກວ່າຣິດອຳນາດ ແລະ ໂຫດຮ້າຍກວ່າກະສັດອົງທຳອິດ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-parallelism]] ແລະ [[rc:///ta/man/translate/figs-metaphor]])

ງູພິດ

ປະເພດຂອງງູພິດ

ງູພິດທີ່ເຄື່ອນໄຫວໄວ

ຄຳວ່າ "ກຳລັງລຸກໄຫມ້" ແນ່ນອນຫມາຍເຖິງງູພິດກັດ ແລະ ຄຳວ່າ "ພິບຕາດຽວ" ຫມາຍເຖິງຄວາມໄວຂອງການເຄື່ອນໄຫວ. ອາດແປໄດ້ອີກວ່າ: "ຄວາມໄວຂອງການເຄື່ອນໄຫວຂອງງູພິດນັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ລູກຫົວປີຂອງຄົນທຸກຈົນ

ນີ້ເປັນຕົວແທນຂອງຄົນຍາກຈົນທີ່ສຸດ. ອາດແປໄດ້ອີກວ່າ: "ຄົນຍາກຈົນທີ່ສຸດ" ຫລື "ຄວາມຍາກຈົນທີ່ສຸດຂອງປະຊາຊົນຂອງເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຮົາຈະເຮັດໃຫ້ຮາກເຫງົ້າຂອງພວກເຈົ້າຕາຍດ້ວຍການແຫ້ງແລ້ງກັນດານອາຫານ ທີ່ຈະສັງຫານຄົນທີ່ລອດຊີວິດທັງຫມົດຂອງພວກເຈົ້າ.

ໃນນີ້ຄຳວ່າ "ຮາກເຫງົ້າ" ຫມາຍເຖິງປະຊາຊົນຟີລິດສະຕິນ. ອາດແປໄດ້ອີກວ່າ: "ເຮົາຈະຂ້າປະຊາຊົນຂອງເຈົ້າດ້ວຍການກັນດານອາຫານ ທີ່ຈະປະຫານຜູ້ລອດຊີວິດທັງຫມົດຂອງເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)