lo_tn/isa/14/21.md

7.8 KiB
Raw Permalink Blame History

ຈົ່ງຕຽມການສັງຫານລູກໆຂອງເຂົາ

ສາມາດຖືກປ່ຽນດັ່ງຄຳນາມທີ່ເປັນນາມມະທຳ "ການສັງຫານ" ສະແດງໃຫ້ເຫັນພ້ອມກັບຄຳກິລິຍາ "ຂ້າ" ອາດແປໄດ້ອີກວ່າ: "ຈົ່ງກຽມພ້ອມຂ້າລູກໆຂອງກະສັດບາບີໂລນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ເພາະຄວາມຊົ່ວຮ້າຍຂອງເຊື້ອສາຍຂອງພວກເຂົາ

ສາມາດຖືກປ່ຽນເປັນຄຳໃຫມ່ໄດ້ ເພື່ອໃຫ້ຄຳນາມທີ່ເປັນນາມມະທຳ "ຄວາມຊົ່ວຮ້າຍ" ສະແດງໃຫ້ເຫັນພ້ອມກັບຄຳກິລິຍາ "ໄດ້ເຮັດບາບຢ່າງຫລວງ." ອາດແປໄດ້ອີກວ່າ: "ເພາະວ່າ ເຊື້ອສາຍຂອງບິດາຂອງພວກເຂົາໄດ້ເຮັດບາບຢ່າງໃຫຍ່ຫລວງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ຢ່າໃຫ້ພວກເຂົາລຸກຂຶ້ນມາ

ທີ່ນີ້ "ລຸກຂຶ້ນ" ເປັນຕົວແທນເຖິງ ການກາຍມາເປັນຄົນມີອຳນາດຫລາຍ ຫລື ການໂຈມຕີ. ອາດແປໄດ້ອີກວ່າ: "ດັ່ງນັ້ນພວກເຂົາຈະບໍ່ອຳນາດຫລາຍ" ຫລື "ດັ່ງທີ່ພວກເຂົາຈະບໍ່ໂຈມຕີ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຄອບຄອງແຜ່ນດິນໂລກ

ນີ້ເປັນຕົວແທນເຖິງການຄວບຄຸມຂອງປະຊາຊົນເທິງແຜ່ນດິນໂລກ, ໃນກໍຣະນີນີ້ໂດຍການຢືດຄອງພວກເຂົາ. ອາດແປໄດ້ອີກວ່າ: "ເອົາການຄວບຄຸມປະຊາຊົນອອກຈາກແຜ່ນດິນໂລກ" ຫລື "ການຢືດຄອງປະຊາຊົນເທິງແຜ່ນດິນໂລກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ແລະ ເຮັດໃຫ້ທົ່ວທັງໂລກນີ້ເຕັມໄປດ້ວຍເມືອງຕ່າງໆ

ນີ້ເປັນຕົວແທນເຖິງເຫດທີ່ເຮັດໃຫ້ໂລກມີຫລາຍເມືອງ. ອາດແປໄດ້ອີກວ່າ: "ແລະສ້າງເມືອງທັງຫມົດເທິງແຜ່ນດິນໂລກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຮົາຈະລຸກຂຶ້ນສູ້ກັບພວກເຂົາ

ນີ້ຫມາຍເຖິງວ່າ ພຣະເຈົ້າຈະເຮັດບາງສິ່ງບາງຢ່າງ ຕໍ່ສູ້ພວກເຂົາ. ອຄຳວ່າ "ພວກເຂົາ" ຫມາຍເຖິງປະຊາຊົນບາບີໂລນ. ອາດແປໄດ້ອີກວ່າ: "ເຮົາຈະໂຈມຕີພວກເຂົາ" ຫລື "ເຮົາຈະສົ່ງປະຊາຊົນໃຫ້ໂຈມຕີພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ນີ້ຄືຄຳປະກາດຂອງພຣະຢາເວຈອມໂຍທາ

ສາມາດຖືກປ່ຽນຄຳດັ່ງມັນເປັນຄຳນາມທີ່ເປັນນາມມະທຳ "ນີ້ຄືຄຳປະກາດ" ເປັນການສະແດງເປັນຄຳກິລິຍາ "ປະກາດ" ຫລື "ເວົ້າຢ່າງເຄັ່ງຂຶມ." ອາດແປໄດ້ອີກວ່າ: "ນີ້ເປັນສິ່ງທີ່ພຣະຢາເວຈອມໂຍທາໄດ້ປະກາດອອກໄປ" ຫລື "ນີ້ເປັນສິ່ງທີ່ພຣະຢາເວໄດ້ປະກາດຢ່າງເຄັ່ງຂຶມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ພຣະຢາເວຈອມໂຍທາ

ການແປນີ້ເຫມືອນກັນກັບໃນ 1:9.

ເຮົາຈະຕັດຊື່ເຊື້ອສາຍ ແລະ ລູກຫລານອອກໄປຈາກບາບີໂລນ

"ຕັດ" ເປັນຕົວແທນເຖິງການທຳລາຍ. ທີນີ້ "ບາບີໂລນ" ຫມາຍເຖິງປະຊາຊົນໃນບາບີໂລນ. ຄຳວ່າ "ຊື່" ຫມາຍເຖິງ ຊື່ສຽງຂອງບາບີໂລນ ຫລື ບາບີໂລນເອງເຫມືອນອານາຈັກ. ອາດແປໄດ້ອີກວ່າ: "ເຮົາຈະທຳລາຍບາບີໂລນ, ພ້ອມກັບລູກໆຂອງປະຊາຊົນ ແລະ ຫລານໆດ້ວຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເຮົາຈະເຮັດໃຫ້ເມືອງນັ້ນ

ຄຳວ່າ "ນາງ" ເປັນຕົວແທນເຖິງເມືອງບາບີໂລນ. ເມືອງຕ່າງໆຖືກເວົ້າເຫມືອນກັບວ່າ ຖ້າພວກເຂົາເປັນຜູ້ຍິງ. ອາດແປໄດ້ອີກວ່າ: "ເຮົາຈະເຮັດກັບມັນຄືກັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)

ເມືອງນັ້ນຖືກຍຶດຄອງດ້ວຍພວກນົກເຄົ້າ

ນີ້ເປັນຕົວແທນເຖິງສັດປ່າທີອາໄສຢູ່ໃນເມືອງ ເພາະບໍ່ຄົນຢູ່ທີ່ນັ້ນ. ອາດແປໄດ້ອີກວ່າ: "ເປັນບ່ອນທີ່ມີພວກນົກເຄົ້າຢູ່" ຫລື "ເປັນບ່ອນທີ່ສັດປ່າຢູ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ແລະເຮັດໃຫ້ເປັນສະນ້ຳ

ມີເຫດທີ່ເປັນຫນອງ ຫລື ບຶງຂອງບໍ່ນໍ້າໄຫລ ບ່ອນທີ່ເມືອງເປັນຖືກເວົ້າເຫມືອນກັບວ່າ ເຮັດເມືອງໃນສິ່ງເຫລົ່ານັ້ນ. ອາດແປໄດ້ອີກວ່າ: "ແລະໃນສະຖານທີ່ບ່ອນທີ່ມີບຶງຂອງບໍ່ນໍ້າໄຫລ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຮົາຈະກວາດເມືອງນັ້ນດ້ວຍໄມ້ກວາດແຫ່ງການທຳລາຍ

ນີ້ເປັນຕົວແທນເຖິງການທຳລາຍບາບີໂລນຢ່າງສິ້ນເຊິງ ແລະ ເຮັດໃຫ້ມັນບໍ່ມີຢູ່ອີກຕໍ່ໄປ ເຫມືອນກັບຝຸ່ນທີ່ບໍ່ມີຄ່າທີ່ປັດມັນຫນີ. ອາດແປໄດ້ອີກວ່າ: "ເຮົາຈະທຳລາຍມັນຢ່າງສິ້ນເຊິງ, ເຫມືອນກັບການປັດມັນດ້ວຍກ້ານຟອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)