lo_tn/isa/14/18.md

4.9 KiB

ປະໂຫຍກເຊື່ອມຕໍ່:

ນີ້ເປັນສ່ວນຂອງເພງເຢາະເຢີ້ຍ ທີ່ຊາວອິດສະຣາເອນຈະຮ້ອງຕໍ່ກະສັດບາບີໂລນ.

ພວກເຂົາທຸກຄົນຕ່າງນອນລົງຢ່າງມີກຽດ

ນີ້ຫມາຍເຖິງ ຮ່າງກາຍຂອງພວກເຂົາທີ່ຖືກຝັງໄວ້ໃນທາງທີ່ໃຫ້ກຽດ. ອາດແປໄດ້ອີກວ່າ: "ບັນດາກະສັດທັງຫມົດ ຜູ້ທີ່ໄດ້ຕາຍໄປ ຖືກຝັງໄວ້ໃນທາງທີ່ມີກຽດນັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ແຕ່ເຈົ້າຖືກໂຍນອອກໄປຈາກຫລຸມຝັງສົບຂອງເຈົ້າ

ຖືກຖິ້ມອອກຈາກຫລຸມຝັງສົບ ເປັນຕົວແທນເຖິງບໍ່ໄດ້ຝັງ. ອາດແປໄດ້ອີກວ່າ: "ແຕ່ເຈົ້າບໍ່ໄດ້ຖືກຝັງ. ຮ່າງກາຍຂອງເຈົ້າຖືກປະປ່ອຍເທິງພື້ນດິນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຫມືອນກັບກິ່ງໄມ້ທີ່ຖືກໂຍນອອກໄປ

ກິ່ງໄມ້ທີ່ຖືກຖິ້ມອອກໄປ ເປັນຕົວແທນເຖິງບາງສິ່ງບາງຢ່າງທີ່ບໍ່ມີຄຸນຄ່າ. ອາດແປໄດ້ອີກວ່າ: "ເຫມືອນກິ່ງໄມ້ທີ່ບໍ່ມີຄຸນຄ່າ ທີ່ຄົນໂຍນມັນຖິ້ມໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ພວກຄົນຕາຍກໍປົກຄຸມເຈົ້າເຫມືອນກັບເສື້ອຄຸມ

ນີ້ເປັນຕົວແທນເຖິງຮ່າງກາຍຂອງຄົນຕາຍ ເປັນທີ່ສຸດຂອງຊາກສົບຂອງລາວ. ອາດແປໄດ້ອີກວ່າ: "ບັນດາຊາກສົບຄົນຕາຍປົກຄຸມຮ່າງກາຍຂອງເຈົ້າຢ່າງຫມົດສິ້ນ" ຫລື "ບັນດາຊາກສົບທະຫານທີ່ຕາຍ ເຕັງເທິງຮ່າງກາຍຂອງເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ຄົນເຫລົ່ານັ້ນທີ່ຖືກແທງດ້ວຍດາບ

ນີ້ບອກເຖິງວ່າ ຜູ້ໃດ "ຄວາມຕາຍ" ເປັນການເລີ່ມຕົ້ນຂອງປະໂຫຍກ. ເປັນການຖືກແທງດ້ວຍດາບ ເປັນຕົວແທນເຖິງການຖືກຂ້າໃນສົງຄາມ. ອາດແປໄດ້ອີກວ່າ: "ຄົນເຫລົ່ານັ້ນທີ່ຖືກຂ້າໃນສົງຄາມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຄົນທີ່ລົງໄປຍັງຫີນແຫ່ງຂຸມນະລົກ

ຂຸມຫມາຍເຖິງນະລົກ, ຫລື ຂຸມໃຫຍ່ໃນພື້ນດິນ ບ່ອນທີ່ມີຊາກສົບຄົນຕາຍຫລາຍທີ່ເປັນບ່ອນຖິ້ມຂີ້ເຫຍື້ອ.

ເຈົ້າຈະບໍ່ມີສ່ວນຮ່ວມໃນງານຝັງສົບກັບພວກເຂົາ

ຄຳວ່າ "ພວກເຂົາ" ຫມາຍເຖິງບັນດາກະສັດອຶ່ນອີກ ຜູ້ທີ່ໄດ້ຕາຍ ແລະຖືກຝັງໄວ້ຢ່າງສົມກຽດ. ລວມພວກເຂົາໃນການຝັງ ເປັນຕົວແທນເຖິງການຝັງເຫມືອນພວກເຂົາເປັນ. ອາດແປໄດ້ອີກວ່າ: "ເຈົ້າຈະບໍ່ຖືກຝັງເຫມືອນບັນດາກະສັດອື່ນໆທີ່ຖືກຝັງນັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ລູກຫລານຂອງຄົນເຮັດຊົ່ົວຈະບໍ່ມີໃຜກ່າວເຖິງອີກເລີຍ

ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ບໍ່ໃຜຈະເວົ້າອີກຕໍ່ໄປກ່ຽວເຊື້ອສາຍຂອງຄົນເຮັດຊົ່ວຮ້າຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)