lo_tn/isa/14/15.md

2.9 KiB

ປະໂຫຍກເຊື່ອມຕໍ່:

ນີ້ເປັນສ່ວນຫນຶ່ງຂອງບົດເພງເຢາະເຢີ້ຍ ທີ່ຊາວອິດສະຣາເອນຈະຮ້ອງໃສ່ກະສັດບາບີໂລນ.

ແຕ່ຕອນນີ້ເຈົ້າໄດ້ຖືກນຳລົງໄປສູ່ແດນຄົນຕາຍ

ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ແຕ່ບັດນີ້ ພຣະເຈົ້າໄດ້ສົ່ງເຈົ້າລົງມາສູ່ແດນຄົນຕາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຊາຍຄົນນີ້ຫລື

ປະຊາຊົນຈະໃຊ້ຄຳຖາມນີ້ເພື່ອ ຕຳຫນິກະສັດບາບີໂລນ, ຫລື ສະແດງວ່າຄວາມຕົກໃຈຂອງພວກເຂົາ ທີ່ສິ່ງນີ້ໄດ້ເກີດຂຶ້ນກັບລາວ. ອາດແປໄດ້ອີກວ່າ: "ແນ່ນອນ, ນີ້ບໍ່ແມ່ນຊາຍຄົນນັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ທີ່ເຮັດໃຫ້ແຜ່ນດິນໂລກສັ່ນສະເທືອນ

ຄວາມຫມາຍທີ່ອາດເປັນໄປໄດ້ 1) ແຜ່ນດິນໂລກສັ່ນສະເທືອນຂະນະທີທະຫານຂອງກະສັດບຸກໂຈມຕີ ເພື່ອຢຶດຄອງປະຊາຊົນ, ຫລື 2) ນີ້ຫມາຍເຖິງປະຊາຊົນຂອງແຜ່ນດິນໂລກທີ່ສັ່ນສະເທືອນໃນຄວາມຢ້ານກົວຕໍ່ລາວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເຮັດໃຫ້ຣາຊອານາຈັກທັງຫລາຍສັ່ນສະເທືອນ

ຄວາມຫມາຍທີ່ອາດເປັນໄປໄດ້ 1) ນີ້ແມ່ນຄຳປຽບທຽບສຳລັບ "ການຢືດຄອງອານາຈັກຕ່າງໆ" ຫລື 2) ນີ້ແມ່ນການປຽບທຽບສຳລັບ "ປະຊາຊົນຢ້ານຈົນຕົວສັ່ນຕໍ່ອານາຈັກຕ່າງໆ." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-metonymy]])

ຜູ້ທີ່ເຮັດໃຫ້ໂລກນີ້ເຫມືອນກັບຖິ່ນແຫ້ງແລ້ງກັນດານ

"ຜູ້ທີ່ໄດ້ເຮັດໃຫ້ສະຖານທີ່ບ່ອນປະຊາຊົນອາໄສຢູ່ໃນຖິ່ນແຫ້ງແລ້ງກັນດານ"