lo_tn/isa/14/12.md

3.4 KiB

ປະໂຫຍກເຊື່ອມຕໍ່:

ນີ້ເປັນສ່ວນຂອງເພງເຢາະເຢີ້ຍ ທີ່ຊາວອິດສະຣາເອນຈະຮ້ອງໃສ່ກະສັດບາບີໂລນ.

ເຈົ້າຕົກລົງມາຈາກຟ້າສະຫວັນໄດ້ຈັ່ງໃດນໍ, ດາວປະຈຳຮຸ່ງ, ລູກຊາຍແຫ່ງຮຸ່ງອາລຸນ!

ດາວປະຈຳຮຸ່ງເປັນດາວທີ່ສ່ອງສະຫວ່າງເຈີດຈ້າ ທີ່ຂຶ້ນກ່ອນຕອນເຊົ້າ. ປະຊາຊົນອິດສະຣາເອນຈະຫມາຍເຖິງ ກະສັດບາບີໂລນໃນ ຄວາມຫມາຍຂອງດາວນີ້ ເພື່ອຫມາຍຄວາມວ່າ ລາວເຄີຍຍິ່ງໃຫຍ່ມາກ່ອນ, ແຕ່ບັດນີ້ລາວກັບບໍ່ໄດ້ເປັນແລ້ວ. ອາດແປໄດ້ອີກວ່າ: "ພວກເຈົ້າເປັນເຫມືອນດາວສະຫວ່າງຢ່າງເຈີດຈ້າຍາມເຊົ້າ, ແຕ່ເຈົ້າໄດ້ຕົກລົງຈາກທ້ອງຟ້າແລ້ວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຈົ້າຖືກໂຄ່ນລົງມາສູ່ພື້ນດິນແລ້ວນໍ

ປະຊາຊົນອິດສະຣາເອນຈະເວົ້າກັບກະສັດບາບີໂລນ ເຫມືອນກັບວ່າ ລາວເປັນຕົ້ນໄມ້ທີ່ຖືກຕັດລົງແລ້ວ. ອາດແປໄດ້ອີກວ່າ: "ເຈົ້າພ່າຍແພ້ເຫມືອນຕົ້ນໄມ້ ທີ່ບາງຄົນໄດ້ຕັດລົງມາສູ່ພື້ນດິນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຮົາຈະນັ່ງເທິງພູເຂົາແຫ່ງການຊຸມນຸມກັນ

ສິ່ງນີ້ບອກກ່ຽວກັບຕຳນານຂອງຜູ້ວິເສດຄົນບູຮານໃກ້ກັບທິດຕາເວັນອອກຮູ້ດີ, ທີ່ພະເຈົ້າປອມຂອງຊາວການາອານພົບເພື່ອປືກສາຢູ່ເທິງຍອດພູທາງພາກເຫນືອຂອງຊີເຣຍ. ການນັ່ງລົງເທິງພູເຂົາເປັນຕົວແທນເຖິງການປົກຄອງກັບພະເຈົ້າປອມ. ອາດແປໄດ້ອີກວ່າ: "ເຮົາຈະປົກຄອງເທິງພູເຂົາ ບ່ອນທີ່ພະເຈົ້າປອມຊຸມນຸມກັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ໃນທີ່ສຸດປາຍໄກທາງທິດເຫນືອນັ້ນ

"ໃນສະຖານທີທິດເຫນືອສຸດ" ພູເຂົາໃນທິດເຫນືອເປັນການເອິ້ນວ່າຊາພອນ. ບາງສະບັບທັນສະໄຫມເວົ້າວ່າ "ໃນທີ່ສຸດປາຍໄກດ້ານຫນຶ່ງຂອງຊາພອນ."