lo_tn/isa/14/10.md

3.4 KiB

ປະໂຫຍກເຊື່ອມຕໍ່:

ນີ້ເປັນສ່ວນຂອງເພງເຢາະເຢີ້ຍ ທີ່ຊາວອິດສະຣາເອນຈະຮ້ອງຕໍ່ກະສັດບາບີໂລນ. ພວກເຂົາຮ້ອງກ່ຽວກັບກະສັດໄດ້ຕາຍໃນແດນມໍຣະນາ ຈະເວົ້າກັບລາວ.

ພວກເຂົາຈະເວົ້າ ແລະ ກ່າວກັບເຈົ້າວ່າ

ຄຳວ່າ "ພວກເຂົາ" ຫມາຍເຖິງບັນດາກະສັດທີ່ຕາຍຢູ່ໃນແດນມໍຣະນາ, ແລະ ຄຳວ່າ "ເຈົ້າ" ຫມາຍເຖິງກະສັດບາບີໂລນ.

ຄວາມສະງ່າງາມຂອງເຈົ້າໄດ້ຖືກນຳລົງໄປສູ່ແດນຄົນຕາຍ

ບັນດາກະສັດທີ່ຕາຍ ຈະເວົ້າກັບກະສັດບາບີໂລນວ່າ ບໍ່ມີຄວາມສະງ່າງາມອີກຕໍ່ໄປ ເຫມືອນກັບວ່າ ຄວາມສະງ່າງາມຂອງທ່ານໄດ້ຖືກນຳລົງໄປສູ່ແດນຄົນຕາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ດ້ວຍສຽງດົນຕີເຄື່ອງສາຍຂອງເຈົ້າ

ປະຊາຊົນຈະເຮັດສຽງດົນຕີເຄື່ອງສາຍເພື່ອໃຫ້ກຽດກະສັດ. ຄວາມຕາຍຂອງບັນດາກະສັດຈະເວົ້າກັບຄົນທີ່ບໍ່ໄດ້ໃຫ້ກຽດກະສັດບາບີໂລນດ້ວຍດົນຕີອີກຕໍ່ໄປເຫມືອນກັບວ່າ ດົນຕີໄປຍັງແດນຄົນຕາຍ. ອາດແປໄດ້ອີກວ່າ: "ທ່າມກາງສຽງຄົນທີ່ຫລີ້ນດົນຕີເພື່ອໃຫ້ກຽດເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພວກໂຕດັກແດ້ຈະແຜ່ຂະຫຍາຍຢູ່ໃຕ້ຕົວເຈົ້າ

ພວກໂຕດັກແດ້ໃຕ້ຊາກສົບຂອງລາວ ຖືກເວົ້າເຫມືອນກັບວ່າພວກເຂົາເປັນສາດປູ ຫລື ຕຽງນອນ. ອາດແປໄດ້ອີກວ່າ: "ເຈົ້ານອນເທິງຕຽງຂອງພວກໂຕດັກແດ້" ຫລື "ເຈົ້ານອນລົງເທິງໂຕດັກແດ້ຢ່າງຫລວງຫລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພວກໂຕຫນອນຈະປົກຄຸມເຈົ້າ

ພວກໂຕຫນອນເຫມືອນຮ່າງກາຍຂອງລາວ ຖືກເວົ້າເຫມືອນກັບວ່າ ພວກມັນປົກຄຸມລາວເຫມືອນກະຜ້າຫົ່ມ. ອາດແປໄດ້ອີກວ່າ: "ພວກໂຕຫນອນປົກຄຸມເຈົ້າເຫມືອນຜ້າຫົ່ມ" ຫລື "ມີພວກຫນອນທັງຫມົດເຫນືອຮ່າງກາຍຂອງເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)