lo_tn/isa/14/07.md

4.3 KiB

ປະໂຫຍກເຊື່ອມຕໍ່:

ນີ້ເປັນສ່ວນຂອງເພງເຢາະເຢີ້ຍທີ່ຊາວອິດສະຣາເອນຈະຮ້ອງຕໍ່ກະສັດບາບີໂລນ.

ທົ່ວທັງໂລກ

ນີ້ຫມາຍເຖິງທຸກໆຄົນເທິງແຜ່ນດິນໂລກ. ອາດແປໄດ້ອີກວ່າ: "ທຸກໆຄົນເທິງແຜ່ນດິນໂລກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ແມ່ນແຕ່ຕົ້ນສົນສາມໃບກໍຊື່ນຊົມຍິນດີເຫນືອເຈົ້າກັບບັນດາຕົ້ນສົນສີດາແຫ່ງເລບານອນ

ເອຊາຢາເວົ້າກ່ຽວກັບຕົ້ນໄມ້ເຫມືອນກັບພວກມັນເປັນປະຊາຊົນຜູ້ທີ່ສາມາດຊື່ນຊົມຍິນດີ. ການເນັ້ນຫນັກນີ້ມັນເປັນສິ່ງທີ່ຍິ່ງໃຫຍ່ລາຍທີ່ພຣະເຈົ້າໄດ້ຢຸດກະສັດບາບີໂລນ ທີ່ເຖິງແມ່ນວ່າທຳມະຊາດຍັງຊື່ນຊົມຍິນດີ ຖ້າມັນສາມາດເປັນໄດ້. ອາດແປໄດ້ອີກວ່າ: "ມັນຈະເປັນເຫມືອນປ່າໄມ້ສົນສີດາ ແລະ ປ່າຕົ້ນສົນສາມໃບຂອງເລບານອນທີ່ຊື່ນຊົມຍິນດີເຫນືອເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)

ຊື່ນຊົມຍິນດີເຫນືອເຈົ້າ

ຍ້ອນຫຍັງພວກເຂົາຈຶ່ງຊື່ນຊົມຍິນດີ ສາມາດຖືກລະບຸໃຫ້ແຈ່ມແຈ້ງ. ອາດແປໄດ້ອີກວ່າ: "ຊື່ນຊົມຍິນດີທີ່ພຣະເຈົ້າໄດ້ເຮັດໃຫ້ເຈົ້າອຳນາດຫລຸດລົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຕັ້ງແຕ່ເຈົ້າໄດ້ຖືກເຮັດໃຫ້ຕົກຕ່ຳລົງ

ໃຫ້ຕົກຕ່ຳລົງເປັນຕົວແທນເຖິງຖືກເຮັດໃຫ້ອຳນາດຫລຸດລົງ ແລະ ບໍ່ສຳຄັນ. ອາດແປໄດ້ອີກວ່າ: "ເມື່ອພວກເຈົ້າໄດ້ກາຍມາໃຫ້ອຳນາດຫລຸດລົງນັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ແດນຄົນຕາຍຢູ່ເບື້ອງລຸ່ມກໍຕື່ນເຕັ້ນທີ່ຈະພົບກັບເຈົ້າ

ແດນຄົນຕາຍຖືກເວົ້າກັບຄົນຜູ້ທີ່ມີຮ້ອນຮົນຢາກຈະພົບກັບແຂກຂອງລາວ. ນີ້ອ້າງອີງວ່າກະສັດທີ່ຕາຍໄປນັ້ນ. ອາດແປໄດ້ອີກວ່າ: "ແດນຄົນຕາຍເຫມືອນຜູ້ຮັບແຂກຮ້ອນຮົນຢາກພົບກັບເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)

ມັນປຸກຄົນຕາຍໃຫ້ມາຮັບເຈົ້າ ຄືກະສັດທັງປວງຂອງແຜ່ນດິນໂລກ

"ມັນປຸກຄົນຕາຍໃຫ້ມາຮັບເຈົ້າ, ຄືກະສັດທັງປວງຂອງແຜ່ນດິນໂລກ." ແດນຄົນຕາຍຖືກເວົ້າເຫມືອນກັບວ່າເປັນຄົນຫນຶ່ງທີ່ສາມາດປຸກຄົນເຫລົ່ານັ້ນທີ່ຢູ່ໃນນັ້ນ. ອາດແປໄດ້ອີກວ່າ: "ຄົນຕາຍທັງປວງຂອງແຜ່ນດິນໃນແດນມໍຣະນາປຸກຄົນຕາຍເພື່ອທີ່ຈະພົບກັບເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)