lo_tn/isa/13/09.md

3.3 KiB

ວັນແຫ່ງພຣະຢາເວຈະມາດ້ວຍຄວາມໂກດຮ້າຍແຮງ ແລະ ຄວາມໃຈຮ້າຍຢ່າງຖ້ວມລົ້ນ

ການມາຂອງວັນກັບ ຄວາມໂກດຮ້າຍແຮງ ແລະ ຄວາມໂກດຮ້າຍ ຫມາຍເຖິງວ່າ ຈະມີຄວາມໂກດຮ້າຍແຮງ ແລະ ຄວາມໂກດຮ້າຍຄວາມໃນວັນນັ້ນ. ຄຳນາມທີ່ເປັນນາມມະທຳ "ຄວາມໂກດຮ້າຍແຮງ" ແລະ "ຄວາມໂກດຮ້າຍ" ສາມາດສະແດງໃຫ້ເຫັນເປັນຄຳຄຸນນາມ "ໃຈຮ້າຍເປັນຟືນເປັນໄຟ" ແລະ "ໃຈຮ້າຍ". ອາດແປໄດ້ອີກວ່າ: "ວັນແຫ່ງພຣະຢາເວ, ພຣະອົງຈະໃຈຮ້າຍເປັນຟືນເປັນໄຟ ແລະ ໃຈຮ້າຍຢ່າງສຸດຂິດ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-explicit]])

ຄວາມໃຈຮ້າຍຢ່າງຖ້ວມລົ້ນ

ຄວາມໂກດຮ້າຍທີ່ຖືກເວົ້າເຖິງໃນທີ່ນີ້ ເປັນເຫມືອນຫນຶ່ງໃນຜູ້ທີ່ໂກດຮ້າຍ ເປັນເຫມືອນພາຊະນະໃສ່ຄວາມໂກດຮ້າຍຈົນເຕັມ. ຄວາມໂກດຮ້າຍຢ່າງຖ້ວມລົ້ນຫມາຍເຖິງວ່າ ພຣະອົງໂກດຮ້າຍຢ່າງສຸດຂິດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເພື່ອທີ່ຈະເຮັດໃຫ້ແຜ່ນດິນເປັນທີ່

ສາມາດຜັນປ່ຽນຄຳເວົ້ານີ້ໄດ້ ເພື່ອເຮັດໃຫ້ຄຳນາມທີ່ເປັນນາມມະທຳ "ຮ້າງເປົ່າ" ເປັນການສະແດງອອກກັບກິລິຍາ "ເຮັດໃຫ້ລົ້ມສະຫລາຍ". ອາດແປໄດ້ອີກວ່າ: "ເຮັດໃຫ້ແຜ່ນດິນລົ້ມສະຫລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ເຫລົ່າດວງດາວເທິງທ້ອງຟ້າ ແລະ ກຸ່ມດາວຕ່າງໆ

"ພວກດາວໃນທ້ອງຟ້າ"

ຈະບໍ່ສ່ອງແສງ

ໃຫ້ຄວາມແສງສະຫວ່າງ ເປັນຕົວແທນເຖິງ "ສ່ອງແສງ." ອາດແປໄດ້ອີກວ່າ: "ຈະບໍ່ສ່ອງແສງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ດວງອາທິດຈະມືດ

ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ພຣະຢາເວຈະເຮັດໃຫ້ຕາເວັນມືດໄປ" ຫລື "ຕາເວັນຈະມືດໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)