lo_tn/isa/13/06.md

4.4 KiB

ຮ້ອງຄວນຄາງ

"ຮ້ອງໄຫ້ສຽງດັງ"

ວັນແຫ່ງພຣະຢາເວໃກ້ເຂົ້າມາແລ້ວ

ບາງສິ່ງບາງຢ່າງທີ່ ກຳລັງຈະເກີດຂຶ້ນ ຖືກເວົ້າເຫມືອນກັບວ່າ ມັນກຳລັງມາໃກ້ແລ້ວ. ອາດແປໄດ້ອີກວ່າ: "ວັນແຫ່ງພຣະຢາເວຈະເກີດຂຶ້ນໄວໆນີ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ວັນນັ້ນຈະມາດ້ວຍການທຳລາຍຈາກອົງຜູ້ຊົງຣິດອຳນາດ

ຄຳວ່າ "ມັນ" ຫມາຍຄວາມວ່າ ວັນແຫ່ງພຣະຢາເວ. "ມັນມາກັບການທຳລາຍ" ຫມາຍຄວາມວ່າການທຳລາຍຈະເກີດຂຶ້ນໃນວັນນັ້ນ. "ການທຳລາຍຈາກອົງຜູ້ຊົງຣິດອຳນາດຍິ່ງໃຫຍ່ຈະທຳລາຍພວກເຂົາ. ອາດແປໄດ້ອີກວ່າ: "ໃນວັນນັ້ນ, ພຣະເຈົ້າ ຜູ້ຊົງຣິດອຳນາດຍິ່ງໃຫຍ່ຈະທຳລາຍພວກເຂົາ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-abstractnouns]])

ມືທຸກມືຈະອ່ອນແຮງ

ນີ້ສະແດງວ່າ ປະຊາຊົນທັງຫມົດອ່ອນແຮງຫລາຍ ແລະ ບໍ່ສາມາດທີ່ຈະເຮັດສິ່ງໃດສິ່ງຫນຶ່ງໄດ້.

ໃຈຂອງທຸກຄົນຈະສະລາຍລົງ

ປະຊາຊົນຈະຢ້ານກົວເສຍຂວັນຖືກເວົ້າເຫມືອນກັບວ່າໃຈຂອງພວກເຂົຈະສະລາຍລົງ. ອາດແປໄດ້ອີກວ່າ: "ທຸກໆຄົນຢ້ານກົວເສຍຂວັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຄວາມເຈັບປວດ ແລະ ຄວາມທຸກທໍລະມານຈະຍຶດກຸມພວກເຂົາໄວ້

ປະຊາຊົນຮູ້ສືກເຈັບປວດຢ່າງກະທັນຫັນ ແລະ ຄວາມເຈັບປວດ ຖືກເວົ້າເຫມືອນກັບວ່າເປັນຄວາມທຸກທໍລະມານທີ່ປະຊາຊົນໄດ້ຈັບພວກມັນໄວ້. ອາດແປໄດ້ອີກວ່າ: "ພວກເຂົາຈະຮູ້ສືກເຖິງຄວາມເຈັບປວດຢ່າງກະທັນຫັນ ແລະ ຄວາມທຸກທໍລະມານດ້ວຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)

ເຫມືອນກັບຜູ້ຍິງກຳລັງເກີດລູກພວກເຂົາ

ໃນວຽກງານນີ້ເປັນຕົວແທນເຖິງການເກີດລູກນ້ອຍ. ອາດແປໄດ້ອີກວ່າ: "ເຫມືອນຍິງທີ່ໃຫ້ເກີດລູກ" ຫລື "ເຫມືອນຄວາມເຈັບປວດຂອງຍິງທີ່ກຳລັງເກີດລູກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ໃບຫນ້າຂອງພວກເຂົາຈະເຫມືອນກັບແສງໄຟ

ໃບຫນ້າຂອງພວກເຂົາຮ້ອນ ແລະ ແດງຖືກເວົ້າໃຫ້ເປັນເມືອນວ່າພວກມັນກຳລັງເຜົາໄຫມ້ຢູ່. ເຫດຜົນທີ່ອາດເປັນໄປໄດ້ ສຳລັບໃບຫນ້າຂອງພວກເຂົາທີ່ຮ້ອນ 1) ປະຊາຊົນຢ້ານຫລາຍ ຫລື 2) ປະຊາຊົນຮູ້ສືກອັບອາຍຫລາຍ ຫລື 3) ປະຊາຊົນຮ້ອງໃຫ້. ອາດແປໄດ້ອີກວ່າ: "ໃບຫນ້າຂອງພວກເຂົາຈະຮ້ອນ ແລະ ແດງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)