lo_tn/isa/12/03.md

2.8 KiB

ເຈົ້າຈະຕັກນ້ຳຈາກບໍ່ນ້ຳແຫ່ງຄວາມລອດພົ້ນດ້ວຍຄວາມຊື່ນບານ

ເອຊາຢາເວົ້າກ່ຽວກັບປະຊາຊົນທີ່ຖືກຊ່ວຍເຫລືອເຫມືອນກັບວ່າພວກເຂົາໃນທາງທີ່ໄດ້ຮັບຄວາມລອດພົ້ນທີ່ປະຊາຊົນຈະໄດ້ນໍ້າອອກມາຈາກນໍ້າສ້າງ. ອາດແປໄດ້ອີກວ່າ: "ເຈົ້າຈະຊື່ນບານເມື່ອພຣະອົງຊ່ວຍກູ້ເຈົ້າ, ເຫມືອນກັບປະຊາຊົນຊື່ນບານເມື່ອພວກເຂົາຕັກນ້ຳຈາກນໍ້າສ້າງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຮ້ອງຫາພຣະນາມຂອງພຣະອົງ

ທີ່ນີ້ "ພຣະນາມຂອງພຣະອົງ" ຫມາຍເຖິງພຣະຢາເວ. ຮ້ອງຫາພຣະອົງເປັນຕົວແທນເຖິງການສັນລະເສີນພຣະອົງ ຫລື ທູນຂໍພຣະອົງໃຫ້ຊ່ວຍເຫລືອ. ອາດແປໄດ້ອີກວ່າ: "ສັນລະເສີນພຣະອົງດ້ວຍສຽງດັງ" ຫລື "ຮ້ອງຫາພຣະອົງໃຫ້ຊ່ວຍເຫລືອເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຈົ່ງປະກາດບັນດາວຽກງານທ່າມກາງຊົນຊາດທັງຫລາຍ

ຄຳນາມທີ່ "ວຽກງານ" ສາມາດສະແດງອອກໃຫ້ເຫັນດ້ວຍສຳນວນ "ສິ່ງທີ່ພຣະອົງໄດ້ເຮັດ" ອາດແປໄດ້ອີກວ່າ: "ບອກປະຊາຊົນເຖິງສິ່ງຍິ່ງໃຫຍ່ທີ່ພຣະອົງໄດ້ເຮັດນັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ຈົ່ງປ່າວຮ້ອງວ່າພຣະນາມຂອງພຣະອົງເປັນທີ່ຍົກຍ້ອງ

ທີ່ນີ້ "ພຣະນາມຂອງພຣະອົງ" ຫມາຍເຖິງພຣະຢາເວ. ອາດແປໄດ້ອີກວ່າ: "ຈົ່ງປ່າວຮ້ອງວ່າພຣະອົງເປັນທີ່ຍົກຍ້ອງ" ຫລື "ຈົ່ງປ່າວຮ້ອງວ່າພຣະອົງຊົງຍິ່ງໃຫຍ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)