lo_tn/isa/11/14.md

2.3 KiB

ພວກເຂົາຈະໂນມລົງເຫນືອເນີນເຂົາຂອງພວກຟີລິດສະຕິນ

ປະຊາຊົນອິດສະຣາເອນ ແລະ ຢູດາເປັນພາບເຫມືອນກັບວ່າພວກເຂົາເປັນນົກທີ່ບິນຕົກລົງຢ່າງໄວວາເພື່ອໂຈມຕີຄົນ ຫລື ສັດ. ອາດແປໄດ້ອີກວ່າ: "ພວກເຂົາຈະໄປຢ່າງໄວວາເພື່ອທີ່ພວກຟີລິດສະຕິນຈະໂຈມຕີປະຊາຊົນຢູ່ທີ່ເນີນພູທີ່ນັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ອ່າວຂອງທະເລແຫ່ງເອຢິບ

"ອ່າວ" ເປັນສະຖານທີໃຫຍ່ທີ່ນໍ້າອ້ອມຮອບແຜ່ນດິນທີ່ນັ້ນ.

ດ້ວຍລົມທີ່ຮ້ອນຜ່າວຂອງພຣະອົງພຣະອົງຈະຊົງໂບກມືຂອງພຣະອົງເຫນືອແມ່ນ້ຳເອີຟຣັດ

ການໂບກມືຂອງພຣະອົງເຫນືອບາງສິ່ງບາງຢ່າງ ເປັນຕົວແທນຂອງຣິດອຳນາດຂອງພຣະອົງໃນການປ່ຽນແປງມັນ. ອາດແປໄດ້ອີກວ່າ: "ໂດຍຣິດອຳນາດຂອງພຣະອົງ ພຣະອົງຈະເປັນເຫດໃຫ້ລົມຮ້ອນພັນເຫນືອແມ່ນໍ້າເອີຟຣາຣັດ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ດ້ວບລົມທີ່ຮ້ອນຜ່າວຂອງພຣະອົງ

ນີ້ແມ່ນລົມ ແຮງ ຫລື ຮ້ອນທີ່ເຮັດໃຫ້ບາງສິ່ງບາງຢ່າງໃນແມ່ນໍ້າຈົນແຫ້ງໄປ.

ເພື່ອໃຫ້ຄົນທີ່ໃສ່ເກີບຍ່າງຂ້າມໄປໄດ້

"ເພື່ອໃຫ້ປະຊາຊົນຂ້າມເຫນືອມັນໄປ ໃນຂະນະທີ່ໃສ່ເກີບຂອງພວກເຂົາຢູ່"