lo_tn/isa/11/12.md

3.3 KiB

ພຣະອົງຈະຊົງຍົກທຸງສັນຍານໃຫ້ແກ່ຊົນຊາດຕ່າງໆ

ຄວາມຫມາຍທີ່ອາດເປນໄປໄດ້ 1) "ອົງພຣະຜູ້ເປັນເຈົ້າຈະຊົງຍົກທຸງສັນຍານໃຫ້ແກ່ຊົນຊາດຕ່າງໆ" ຫລື 2) "ກະສັດຈະຊົງຍົກທຸງສັນຍານໃຫ້ແກ່ຊົນຊາດຕ່າງໆ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ທຸງສັນຍານໃຫ້ແກ່ຊົນຊາດຕ່າງໆ

ທຸງສັນຍານສຳລັບບັນດາປະຊາຊາດຈະໄດ້ເຫັນ" ຫລື "ທຸງທີ່ຈະເອີ້ນເອົາຊົນຊາດຕ່າງໆມາຫາພຣະອົງເອງ"

ຄົນຢູດາຍທີ່ກະແຈກກະຈາຍໄປ

"ຄົນຢູດາຍທີ່ກະແຈກກະຈາຍໄປທົ່ວແຜ່ນດິນໂລກ"

ຈາກທັງສີ່ມຸມຂອງແຜ່ນດິນໂລກ

ແຜ່ນດິນໂລກເປັນຮູບພາບ ເຫມືອນກັບວ່າມີສີ່ມູມ, ແລະ ມູມເຫລົ່ານັ້ນເປັນສະຖານທີ່ຢູ່ໄກຈາກກັນຫລາຍ. ນີ້ຫມາຍເຖິງທຸກທີ່ທຸກບ່ອນເທິງແຜ່ນດິນໂລກ ບ່ອນທີ່ຄົນເຫລົ່ານັ້ນອາດຈະເປັນ. ອາດແປໄດ້ອີກວ່າ: "ເຖິງແມ່ນວ່າຈະຈາກສະຖານທີ່ຕ່າງໆທີ່ໄກສຸດໆຂອງໂລກກໍຕາມ" ຫລື "ຈາກທົ່ວໂລກທັງຫມົດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ພຣະອົງຈະຊົງຫັນຄວາມອິດສາຂອງເອຟຣາອິມໄປ

ເອຟຣາອິມທີ່ນີ້ ຫມາຍເຖິງເຊື້ອສາຍຂອງອານາຈັກອິດສະຣາເອນດ້ານເຫນືອ. ຄຳນາມ "ຄວາມອິດສາ" ສາມາດຖືກແປເປັນຄຳຄຸນນາມໄດ້. ອາດແປໄດ້ອີກວ່າ: "ພຣະອົງຈະຢຸດປະຊາຊົນເອຟຣາອິມບໍ່ໃຫ້ອິດສາ" (ເບິ່ງ: rc://*/ta/man/translate/figs-abstractnouns)

ຢູດາຈະບໍ່ເປັນສັດຕູກັບເອຟຣາອິມອີກຕໍ່ໄປ

ຢູດາທີ່ນີ້ຫມາຍເຖິງເຊື້ອສາຍອິດສະຣາເອນອານາຈັກທາງໃຕ້. ສຳນວນນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ພຣະອົງຈະຢຸດປະຊາຊົນຢູດາຈາກການເປັນສັດຕູກັນ" ຫລື "ພຣະອົງຈະຢຸດປະຊາຊົນຢູດາຈາກການກຽດຊັງກັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)