lo_tn/isa/11/10.md

2.4 KiB

ຮາກຂອງເຈຊີ

ຫມາຍເຖິງເຊື້ອສາຍເຢຊີ ແລະ ເຊື້ອສາຍຂອງກະສັດດາວິດຜູ້ທີ່ຈະກາຍເປັນກະສັດ ທີ່ຖືກບອກໃນ 11:1. ອາດແປໄດ້ອີກວ່າ: ເຊື້ອສາຍຂອງເຢຊີເປັນກະສັດ" ຫລື "ກະສັດທີ່ມາຈາກເຊື້ອສາຍຂອງເຢຊີ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຈະຕັ້ງຂຶ້ນເປັນທຸງສັນຍານແກ່ຊົນຊາດທັງຫລາຍ

ທຸງສັນຍານເປັນທຸງທີ່ກະສັດຈະຍົກຂຶ້ນເພື່ອເປັນສັນຍານສຳລັບປະຊາຊົນຜູ້ທີ່ເຫັນມັນ ແລະ ມາຫາພຣະອົງ. ອາດແປໄດ້ອີກວ່າ: "ຈະເປັນເຫມືອນສັນຍານສຳລັບປະຊາຊົນທັງຫລາຍ" ຫລື "ຈະເປັນທີ່ດືງດູດຕາຂອງປະຊາຊົນໃຫ້ມາຫາພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ຊົນຊາດທັງຫລາຍ

"ປະຊາຊົນຂອງຊົນຊາດຕ່າງໆ"

ອົງພຣະຜູ້ເປັນເຈົ້າຈະຊົງຢືນມືຂອງພຣະອົງອີກຄັ້ງ ເພື່ອນຳຄົນທີ່ເຫລືອຢູ່ຂອງຊົນຊາດຂອງພຣະອົງ

ມື້ຫມາຍເຖິງຣິດອຳນາດຂອງພຣະເຈົ້າ. ອາດແປໄດ້ອີກວ່າ: "ອົງພຣະຜູ້ເປັນເຈົ້າຈະໃຊ້ຣິດອຳນາດຂອງພຣະອົງອີກເທື່ອຫນຶ່ງ ເພື່ອນຳບັນດາປະຊາຊົນຂອງພຣະອົງທີ່ຍັງເຫລືອໃຫ້ກັບຄືນມາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ປັດໂຣດ ... ເອລາມ ... ຮາມັດ

ເຫລົ່ານີ້ແມ່ນຊື່ຂອງສະຖານທີ່. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)