lo_tn/isa/11/08.md

3.2 KiB

ຂໍ້ມູນທົ່ວໄປ:

ເອຊາຢາສືບຕໍ່ບັນຍາຍເຖິງ ສັນຕີສຸກຢ່າງສິ້ນເຊິງໃນໂລກ ເມື່ອກະສັດປົກຄອງ.

ເດັກເກີດໃຫມ່ຈະຫລິ້ນຢູ່ທີ່ປາກຮູຂອງງູ

ມັນສາມາດຖືກເວົ້າໃຫ້ແຈ່ມແຈ້ງທີ່ວ່າ ເດັກເກີດໃຫມ່ຈະປອດໄພ ເພາະວ່າ ງູຈະບໍ່ກັດມັນ. ອາດແປໄດ້ອີກວ່າ: "ພວກເດັກເກີດໃຫມ່ຈະຫລິ້ນຢ່າງປອດໄພ ເຫນືອຮູຂອງງູນັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ງູ ... ຮັງຂອງງູພິດ

ສຳນວນເຫລົ່ານີ້ຫມາຍເຖິງ ງູພິດໂດຍທົ່ວໄປ. ອາດແປໄດ້ອີກວ່າ: "ພວກງູ ... ຮັງຂອງງູພິດທັງຫລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-genericnoun)

ເດັກທີ່ເຊົ່ານົມ

ເດັກນ້ອຍທີ່ບໍ່ໄດ້ກິນນົມແມ່ຂອງມັນອີກ.

ທົ່ວທັງພູເຂົາບໍຣິສຸດຂອງເຮົາ

"ພູເຂົາບໍລິສຸດ" ແມ່ນພູເຂົາຊີໂອນ, ໃນເຢຣູຊາເລັມ. ອາດແປໄດ້ອີກວ່າ: "ເທິງພູເຂົາບໍຣິສຸດທັງຫມົດຂອງພຣະຢາເວ"

ແຜ່ນດິນໂລກຈະເຕັມດ້ວຍຄວາມຮູ້ຂອງພຣະຢາເວ

ສຳນວນ "ຄວາມຮູ້ຂອງພຣະຢາເວ" ເປັນຕົວແທນເຖິງປະຊາຊົນຜູ້ທີ່ຮູ້ຈັກກັບ ພຣະຢາເວ. ອາດແປໄດ້ອີກວ່າ: "ແຜ່ນດິນຈະເຕັມໄປດ້ວຍຄົນເຫລົ່ານັ້ນທີ່ຮູ້ຈັກກັບພຣະຢາເວ" ຫລື "ຄົນເຫລົ່ານັ້ນທີ່ຮູ້ຈັກວ່າ ພຣະຢາເວຈະປົກຄຸມໂລກນີ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເຫມືອນນ້ຳທີ່ປົກຄຸມທະເລ

ສຳນວນນີ້ ຖືກໃຊ້ເພື່ອສະແດງໃຫ້ເຫັນເຖິງວິທີ່ຈະເຕັມແຜ່ນດິນໂລກ ຈະເປັນປະຊາຊົນຜູ້ທີ່ຮູ້ຈັກກັບພຣະຢາເວ. ມັນແຈ່ມແຈ້ງກວ່າວ່າ ມັນເປັນຄຳສັບທີ່ຄ້າຍຄືກັນ ໃນສຳນວນທີ່ຜ່ານມາກ່ອນຫນ້າສຳນວນນີ້. ອາດແປໄດ້ອີກວ່າ: "ເຫມືອນດັ່ງທະເລເຕັມໄປດ້ວຍນໍ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)