lo_tn/isa/11/06.md

4.1 KiB

ຂໍ້ມູນທົ່ວໄປ:

ເອຊາຢາບັນຍາຍເຖິງສິ່ງທີ່ໂລກຈະເປັນຢ່າງໃດ ເມື່ອກະສັດອົງນີ້ມາປົກຄອງ. ຈະມີສັນຕີພາບໃນໂລກຢ່າງແທ້ຈິງ. ນີ້ຖືກສະແດງໂດຍ ສັນຕີພາບທີ່ມີຢູ່ໃນທ່າມກາງສັດທັງຫລາຍ. ສັດທີ່ປົກກະຕິແລ້ວຂ້າສັດໂຕອຶ່ນ ແຕ່ສັດນັ້ນຈະບໍ່ຂ້າພວກມັນ ແລະ ພວກເຂົາຈະປອດໄພຮ່ວມກັນ.

ຫມາປ່າ ... ເສືອດາວ ... ສິງໂຕຫນຸ່ມ ... ຫມີ ... ສິງໂຕ

ສຳນວນເຫລົ່ານີ້ ຫມາຍເຖິງສັດເຫລົ່ານີ້ໂດຍທົ່ວໄປແລ້ວ, ບໍ່ໄດ້ເຈາະຈົງວ່າຫມາປ່າ ຫລື ເສືອດາວ. ເຫລົ່ານີ້ທັງຫມົດສັດທີ່ແຂງແຮງທີ່ໂຈມຕີ ແລະ ກິນບັນດາສັດອຶ່ນໆ. ອາດແປໄດ້ອີກວ່າ: "ພວກຫມາປ່າ ... ພວກເສືອດາວ ... ພວກສິງໂຕຫນຸ່ມ ... ພວກຫມີ ... ພວກສິງໂຕ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-genericnoun)

ລູກແກະ ... ລູກແບ້ຫນຸ່ມ ... ລູກງົວ ... ລູກງົວຕຸ້ຍ ... ແມ່ງົວ ... ງົວຜູ້

ສຳນວນຫມາຍເຖິງສັດເຫລົ່ານີ້ໂດຍທົ່ວໄປ, ມັນບໍ່ແມ່ນແກະ ຫລື ແບ້. ສັດເຫລົ່ານີ້ທັງຫມົດກິນຫຍ້າ ແລະ ເຟືອງ. ສັດຈຳພວກອຶ່ນທີ່ໂຈມຕີ ແລະ ກິນພວກມັນ. ອາດແປໄດ້ອີກວ່າ: "ບັນດາລູກແກະ ... ບັນດາລູກແບ້ຫນຸ່ມ ... ບັນດາລູກງົວ ... ບັນດາລູກງົວຕຸ້ຍ ... ບັນດາແມ່ງົວ ... ບັນດາງົວຜູ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-genericnoun)

ເສືອດາວ

ແມວໃຫຍ່ພ້ອມກັບຂົນສີເຫລື່ອງ ແລະ ເປັນຈຸດສີດຳ ທີ່ຂ້າ ແລະ ກິນບັນດາສັດອຶ່ນ​ (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-unknown)

ລູກງົວ, ສິງໂຕຫນຸ່ມ ແລະ ລູກງົວຕຸ້ຍ, ຈະຢູ່ນຳກັນ

ສຳນວນ "ຈະເປັນ" ຖືກເຂົ້າໃຈໄດ້. ອາດແປໄດ້ອີກວ່າ: "ລູກງົວ, ສິງໂຕ, ແລະ ລູກງົວຕຸ້ຍຈະຢູ່ນຳກັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-ellipsis)

ຫມີ

ເປັນສັດທີ່ໃຫຍ່ໂຕຫລາຍພ້ອມກັບຂົນທີ່ຫນາ ແລະ ເຫລັບຄົມທີ່ຂ້າ ແລະ ກິນບັນດາສັດອື່ນ (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-unknown)

ເດັກນ້ອຍໆຈະນຳພວກມັນໄປ

ເດັກນ້ອຍໆ ຈະເບິ່ງແຍງພວກມັນ ແລະ ນຳພວກມັນໄປສະຖານທີ່ທີ່ດີ ເພື່ອດື່ມນໍ້າ ແລະ ກິນຫຍ້າ ຫລື ເຟືອງ.

ຈະຫາກິນນຳກັນ

"ຈະກິນຫຍ້າຮ່ວມກັນ"

ລູກໆຂອງພວກມັນ

ນີ້ຫມາຍເຖິງລູກໆຂອງບັນດາສັດທີ່ພວກມັນຫາກໍເກີດໃຫມ່.