lo_tn/isa/11/03.md

7.2 KiB

ປະໂຫຍກເຊື່ອມຕໍ່:

ເອຊາຢາສືບຕໍ່ບັນຍາຍເຖິງກະສັດ.

ທ່ານຈະບໍ່ພິພາກສາຕາມສິ່ງທີ່ຕາຂອງທ່ານເບິ່ງເຫັນ

ສຳນວນ "ສິ່ງທີ່ຕາຂອງທ່ານເບິ່ງເຫັນ" ຫມາຍເຖິງການເບິ່ງເຫັນສິ່ງຕ່າງໆ ທີ່ບໍ່ສຳຄັນສຳລັບການຕັດສິນວ່າຄົນຢ່າງຖືກຕ້ອງ. ອາດແປໄດ້ອີກວ່າ: "ທ່ານຈະບໍ່ຕັດສິນຄົນຢ່າງງ່າຍໆ ໂດຍເບິ່ງສິ່ງທີ່ຄົນນັ້ນວ່າເປັນຄົນແນວໃດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຈະບໍ່ຕັດສິນຕາມສິ່ງທີ່ຫູຂອງທ່ານໄດ້ຍິນ

"ຈະບໍ່ຕັດສິນຕາມສິ່ງທີ່ຫູຂອງທ່ານໄດ້ຍິນ" ນີ້ແມ່ນສຳນວນ "ສິ່ງທີ່ຫູຂອງທ່ານໄດ້ຍິນ" ຫມາຍເຖິງການໄດ້ຍິນສິ່ງທີ່ຄົນເວົ້າກ່ຽວກັບອີກຄົນຫນຶ່ງ. ອາດແປໄດ້ອີກວ່າ: "ແລະ ຈະບໍ່ຕັດສິນຢ່າງງ່າຍໆ ໂດຍການໄດ້ຍິນສິ່ງຄົນອຶ່ນເວົ້າກ່ຽວກັບລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຄົນຍາກຈົນ ... ຄົນຕ່ຳຕ້ອຍ ... ຄົນອະທຳ

ເຫລົ່ານີ້ແມ່ນສຳນວນຫມາຍເຖິງປະຊາຊົນຜູ້ທີ່ມີຖານະຕ່າງໆເຫລົ່ານີ້. ອາດແປໄດ້ອີກວ່າ: "ຄົນຍາກຈົນ​ ... ຄົນຕ່ຳຕ້ອຍ ... ຄົນອະທຳ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-nominaladj)

ທ່ານຈະຕີແຜ່ນດິນໂລກດ້ວຍໄມ້ຄ້ອນຈາກປາກຂອງທ່ານ ... ທ່ານຈະປະຫານຄົນອາທຳດ້ວຍລົມຈາກຮີມຝີປາກຂອງທ່ານ

ສອງສຳນວນເຫລົ່ານີ້ ພື້ນຖານແລ້ວມີຄວາມຫມາຍຄືກັນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ທ່ານຈະຕີແຜ່ນດິນໂລກດ້ວຍໄມ້ຄ້ອນຈາກປາກຂອງທ່ານ

ຄຳວ່າ "ແຜ່ນດິນໂລກ" ເປັນຕົວແທນເຖິງປະຊາຊົນຜູ້ທີ່ຢູ່ເທິງແຜ່ນດິນໂລກ. ຕີພວກເຂົາດ້ວຍໄມ້ຄ້ອນຈາກປາກຂອງທ່ານ ເປັນຕົວແທນເຖິງການຕັດສິນພວກເຂົາ, ແລະ ການຕັດສິນຈະນຳໄປສູ່ການລົງໂທດ. ອາດແປໄດ້ອີກວ່າ: "ທ່ານຈະຕັດສິນປະຊາຊົນຂອງແຜ່ນດິນໂລກ, ແລະ ພວກເຂົາຈະຖືກລົງໂທດ"

ທ່ານຈະປະຫານຄົນອະທຳດ້ວຍລົມຈາກຮີມຝີປາກຂອງທ່ານ

"ລົມຈາກຮີມຝີປາກຂອງທ່ານ" ເປັນຕົວແທນເຖິງການຕັດສິນພວກເຂົາ. ອາດແປໄດ້ອີກວ່າ: "ທ່ານຈະຕັດສິນຄົນອະທຳ, ແລະພວກເຂົາຈະຖືກຂ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ສາຍຄາດເອວຂອງທ່ານ ... ສາຍຄາດສະໂພກຂອງທ່ານ

ຄວາມຫມາຍທີ່ອາດເປັນໄປໄດ້ 1) ສາຍຮັດຖືກໃຊ້ໃຫ້ຜູ້ທີ່ນຸ່ງເຄື່ອງນັ້ນປອດໄພ ເພື່ອລາວຈະສາມາດເຮັດວຽກໄດ້, ຫລື 2) ສາຍຮັດຢູ່ດ້ານລຸ່ມຂອງເຄື່ອງນຸ່ງ, ຫລື 3) ສາຍຮັດເປັນສາຍສະໂພກທີ່ກະສັດອົງຫນຶ່ງຈະສວມໃສ່ເພື່ອສະແດງໃຫ້ເຫັນເຖິງສິດທິອຳນາດ.

ຄວາມຊອບທຳຈະເປັນສາຍຄາດເອວຂອງທ່ານ

ການສວມໃສ່ຄວາມຊອບທຳເຫມືອນກັບສາຍເເອວເປັນຕົວແທນເຖິງການເປັນຄົນຊອບທຳ. ຄວາມຫມາຍທີ່ອາດເປັນໄປໄດ້ 1) ຄວາມຊອບທຳຂອງກະສັດຈະເຮັດໃຫ້ພຣະອົງສາມາດປົກຄອງໄດ້. ອາດແປໄດ້ອີກວ່າ: "ຄວາມຊອບທຳຂອງພຣະອົງຈະເປັນເຫມືອນສາຍເອວອ້ອມຮອບເອວ" ຫລື 2) ຄວາມຊອບທຳຈະສຳແດງສິດທິອຳນາດຂອງພຣະອົງເພື່ອການປົກຄອງ. ອາດແປໄດ້ອີກວ່າ: "ພຣະອົງຈະປົກຄອງດ້ວຍຄວາມຍຸດຕິທຳ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຄວາມສັດຊື່ຈະເປັນສາຍຄາດສະໂພກຂອງທ່ານ

ຄຳວ່າ "ຈະເປັນ" ເຂົ້າໃຈໃນນີ້ວ່າເປັນສຳນວນ. ອາດແປໄດ້ອີກວ່າ: "ຄວາມສັດຊື່ຈະເປັນສາຍຄາດສະໂພກຂອງທ່ານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-ellipsis)

ຄວາມສັດຊື່ຈະເປັນສາຍຄາດສະໂພກຂອງທ່ານ

ການສວມໃສ່ຄວາມສັດຊື່ເຫມືອນເປັນສາຍເອວເປັນຕົວແທນຂອງຄວາມສັດຊື່. ຄວາມຫມາຍທີ່ອາດເປັນໄປໄດ້ 1) ຄວາມສັດຊື່ຂອງກະສັດຈະເຮັດໃຫ້ພຣະອົງສາມາດປົກຄອງໄດ້ ຫລື 2) ຄວາມສັດຊື່ຈະສຳແດງສິດທິອຳນາດຂອງພຣະອົງເພື່ອການປົກຄອງ. ອາດແປໄດ້ອີກວ່າ: "ຄວາມສັດຊື່ຂອງພຣະອົງຈະເປັນສາຍຄາດສະໂພກຂອງທ່ານ" ຫລື "ພຣະອົງຈະປົກຄອງດ້ວຍຄວາມສັດຊື່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)