lo_tn/isa/11/01.md

3.0 KiB

ຫນໍ່ຫນຶ່ງຈະງອກມາຈາກຕໍຂອງເຢຊີ ... ກິ່ງຫນຶ່ງທີ່ງອກອອກມາຈາກຮາກຂອງເຂົາຈະເກີດຜົນ

ເອຊາຢາເວົ້າກັບເຢຊີ ແລະ ເຊື້ອສາຍຂອງລາວເຫມືອນກັບວ່າຕົ້ນໄມ້ທີ່ໄດ້ຖືກຕັດແລ້ວ. ທັງສອງສຳນວນເຫລົ່ານີ້ບອກກ່ຽວກັບເຊື້ອສາຍເຢຊີຈະມາເປັນກະສັດ. ອາດແປໄດ້ອີກວ່າ: "ຫນໍ່ຫນຶ່ງຈະງອກມາຈາກເຊື້ອສາຍຂອງເຢຊີ ... ດັ່ງທີ່ເຊື້ອສາຍຂອງເຢຊີຈະກາຍເປັນກະສັດ ເຫມືອນສິ່ງທີ່ເຫລືອໄວ້ຂອງອິດສະຣາເອນ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-parallelism]] ແລະ [[rc:///ta/man/translate/figs-metaphor]])

ຕໍຂອງເຢຊີ

ຕໍເປັນສິ່ງເຫລືອຈາກຕົ້ນໄມ້ຫລາຍຈາກມັນຖືກຕັດໃຫ້ລົ້ມລົງແລ້ວ. "ຕໍຂອງເຢຊີ" ເປັນຕົວແທນເຖິງສິ່ງທີ່ເຫລືອຂອງອານາຈັກທີ່ລູກຊາຍຂອງເຢຊີ ເມື່ອດາວິດກາຍເປັນກະສັດຂອງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພຣະວິນຍານຂອງພຣະຢາເວຈະສະຖິດຢູ່ເທິງທ່ານ

ສະຖິດຢູ່ເທິງທ່ານ ເປັນຕົວແທນຂອງການຢູ່ກັບທ່ານ ແລະ ຊ່ວຍເຫລືອທ່ານ. ຄຳວ່າ "ທ່ານ" ເປັນຕົວແທນຂອງຫນຶ່ງໃນຜູ້ທີກາຍເປັນກະສັດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພຣະວິນຍານແຫ່ງປັນຍາ ... ພຣະວິນຍານແຫ່ງການສອນ ... ພຣະວິນຍານແຫ່ງຄວາມຮູ້ ... ຄວາມຢຳເກງພຣະຢາເວ

ທີ່ນີ້ຄຳວ່າ "ພຣະວິນຍານ" ຫມາຍເຖິງຄວາມສາມາດ ຫລື ປະສິດຕິພາບທີ່ພຣະວິນຍານຂອງພຣະຢາເວຈະປະທານໃຫ້. ອາດແປໄດ້ອີກວ່າ: "ແລະພຣະອົງຈະເປັນເຫດໃຫ້ລາວມີສະຕິເປັນຍາ ແລະ ຄວາມເຂົ້າໃຈ, ການສອນ ແລະ ຄວາມຍິ່ງໃຫຍ່, ຄວາມຮູ້ ແລະ ການຢຳເກງພຣະຢາເວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)