lo_tn/isa/09/18.md

3.3 KiB

ຄວາມອະ​ທຳ​ກໍຈະເຜົາຜານຄືກັບໄຟ; ມັນເຜົາ​ຜານ​ພຸ່ມ​ໄມ​້​ຫນາມ ແລະ ພືດ​ທີ່​ມີ​ຫນາມ; ມັນເຜົາໄຫມ້ພຸ່ມໄມ້ທີ່ທືບ​ຫນາໃນປ່າ

ຄວາມອະ​ທຳ​ຂອງປະຊາຊົນທີ່ໄດ້ເຮັດນັ້ນ ຖືກເວົ້າເຫມືອນກັບວ່າພວກເຂົາຖືກໄຟກໍ່ໃຫ້ເກີດຄວາມພິນາດຈິບຫາຍ. ໄຟນີ້ ເຜົາຜານແມ່ນແຕ່ພຸ່ມໄມ້ຫນາມ ແລະ ພືດທີ່ມີຫນາມ, ພືດທີ່ໃຫຍ່ໃນສະຖານທີ່ຕ່າງໆ ບ່ອນທີ່ປະຊາຊົນບໍ່ໄດ້ອາໄສຢູ່ຕໍ່ໄປອີກແລ້ວ, ແລະ "ພຸ່ມໄມ້ທີ່ທືບ​ຫນາໃນປ່າເປັນບ່ອນທີ່ບໍ່ມີໃຜອາໄສຢູ່ເພາະວ່າມັນໄດ້ຖືກທຳລາຍແລ້ວສະຖານທີ່ຕ່າງໆບ່ອນທີ່ປະຊາຊົນອາໄສຢູ່. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພຸ່ມ​ໄມ​້​ຫນາມ ແລະ ພືດ​ທີ່​ມີ​ຫນາມ

ຄຳວ່າ "ພຸ່ມ​ໄມ້​ຫນາ​ມ" ແລະ "ພືດ​ທີ່​ມີ​ຫນາມ" ທັງສອງຫມາຍເຖິງສິ່ງທີ່ບໍ່ມີຄ່າ, ພືດທີ່ມີຫນາມ. ມັນບໍ່ຈຳເປັນທີ່ຈະ້ອງແປທັງສອງຄຳສັບນີ້ທີ່ວ່າ. ເຍິ່ງການແປຖ້ອຍຄຳເຫລົ່ານີ້ເພີ່ມເຕີມໃນ 7: 23. ອາດແປໄດ້ອີກວ່າ: "ຟຸ່ມໄມ້ຫນາມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ຍ້ອນຄວາມຄຽດແຄ້ນຂອງພຣະຢາເວ​ຈອມ​ໂຍ​ທາ ແຜ່ນດິນນັ້ນກ​ໍຖືກ ໄຫມ້

ການແປ "ພຣະຢາເວຈອມໂຍທາ" ເຫມືອນໃນ 1:9. ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ເຫມືອນໄຟທີ່ເຜົາຜານແຜ່ນດິນ, ຄວາມຕັ້ງໃຈໃນຄວາມໂກດຮ້າຍຂອງອົງພຣະຜູ້ເປັນເຈົ້າ ຈະທຳລາຍປະຊາຊົນອິດສະຣາເອນ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-activepassive]] ແລະ [[rc:///ta/man/translate/figs-metaphor]])

ບໍ່ມີໃຜໄວ້ຊີວິດພີ່​ນ້ອງຂອງ​ຕົນ

"ບໍ່ມີໃຜເຮັດສິ່ງຫນຶ່ງສິ່ງໃດອີກເພື່ອຊ່ວຍເຫລື່ອຄົນອຶ່ນໃຫ້ຫນີໄປໄດ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)