lo_tn/isa/09/16.md

3.5 KiB
Raw Permalink Blame History

ຄົນເຫລົ່າ​ນັ້ນທີ່ນຳພາຊົນ​ຊາດນີ້ເຮັດໃຫ້ພວກເຂົາຫລົງທາງ

ພວກຜູ້ນຳເປັນເຫດໃຫ້ປະຊາຊົນບໍ່ເຊື່ອຟັງ ຖືກເວົ້າເຫມືອນກັບວ່າ ພວກຜູ້ນຳໄດ້ນຳພາພວກເຂົາໄປທາງທີ່ຜິດ. ອາດແປໄດ້ອີກວ່າ: "ພວກຜູ້ນຳຂອງອິດສະຣາເອນເປັນເຫດເຮັດໃຫ້ ປະຊາຊົນບໍ່ເຊື່ອຟັງພຣະເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພວກຄົນທີ່ຄົນ​ເຫລົ່າ​ນີ້​ນຳໄປກໍຖືກກືນກິນ

ນີ້ແມ່ນການປຽບທຽບ ສາມາດຖືກລະບຸໃຫ້ເປັນປະໂຫຍກກົງໄດ້. ຄວາມຫມາຍທີ່ອາດເປັນໄປໄດ້ 1) ອາດແປໄດ້ອີກວ່າ: "ແລະ ຄົນເຫລົ່ານັ້ນທີ່ ພວກເຂົານຳກາຍເປັນວ່າ ມີຄວາມສັບສົນດ້ວຍ" ຫລື 2) ອາດແປໄດ້ອີກວ່າ: "ແລະພຣະຢາເວຈະທຳລາຍ ຄົນເຫລົ່ານັ້ນທີ່ນຳພາພວກເຂົາ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-activepassive]])

ທຸກໆປາກເວົ້າສິ່ງ​ຕ່າງໆທີ່ໂງ່ຈ້າ

ຄຳວ່າ "ປາກ" ຫມາຍເຖິງຄົນຫນຶ່ງຄົນ. ອາດແປໄດ້ອີກວ່າ: "ທຸກໆຄົນເວົ້າສິ່ງຕ່າງໆທີ່ໂງ່ຈ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ໃນເຫດການທັງຫມົດເຫລົ່ານີ້, ຄວາມໂກດແຄ້ນຂອງພ​ຣະ​ອົງ​ກໍ​ຈະ​ບໍ່​ບັນ​ເທົາ​ລົງ; ແຕ່ວ່າ, ພ​ຣະ​ຫັດຂອງພ​ຣະ​ອົງ

"ເຖິງແມ່ນວ່າໃນເຫດການທັງຫມົດເຫລົ່ານີ້ ທີ່ໄດ້ເກີດຂຶ້ນ, ຄວາມໂກດແຄ້ນຂອງພ​ຣະ​ອົງ​ກໍບໍ່ບັນ​ເທົາ​ລົງ; ແຕ່ວ່າພ​ຣະ​ຫັດຂອງພ​ຣະ​ອົງ." ການແປນີ້ເຫມືອນກັນກັບໃນ 5:25.

ພ​ຣະ​ຫັດຂອງພ​ຣະ​ອົງຍັງຍຽດອອກຢູ່

ເອຊາຢາເວົ້າເຫມືອນກັບວ່າພຣະຢາເວເປັນອີກຄົນຫນຶ່ງກ່ຽວກັບການຕີອີກຄົນຫນຶ່ງດ້ວຍກຳປັ່ນຂອງພຣະອົງ. ນີ້ເປັນຄຳປຽບທຽບສຳລັບການທີ່ພຣະຢາເວລົງໂທດອິດສະຣາເອນ. ການແປນີ້ເຫມືອນກັນກັບໃນ 5:25. ອາດແປໄດ້ອີກວ່າ: "ພຣະອົງຈະຍັງຄົງພ້ອມທີ່ຈະລົງໂທດພວກເຂົາຢູ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)