lo_tn/isa/09/11.md

3.6 KiB
Raw Permalink Blame History

ດ້ວຍເຫດນີ້ ພຣະຢາເວຈະເຮັດໃຫ້ເຣ​ຊິນທີ່ເປັນສັດຕູຂອງລາວຂື້ນ​ມາຕໍ່ສູ້ກັບລາວ

ໃນນີ້ຄຳວ່າ "ເຣຊິນ" ເປັນຕົວແທນເຖິງທະຫານຂອງພຣະອົງ. ອາດແປໄດ້ອີກວ່າ: "ດ້ວຍເຫດນີ້, ພຣະຢາເວຈະນຳເຣຊິນ ແລະ ທະຫານຂອງພະອົງມາຕໍ່ສູ້ກັບປະຊາຊົນອິດສະຣາເອນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ເຣ​ຊິນ

ນີ້ແມ່ນຊື່ຂອງຜູ້ຊາຍ. ເບິ່ງວິທີ່ການແປ ເຣຊິນ ເພິ່ມເຕີມໃນ 7:1. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ແລະ ຈະກະຕຸ້ນສັດຕູຂອງລາວ

ສຳນວນທີ່ວ່າ "ກະຕຸ້ນ" ເປັນສຳນວນທີ່ຫມາຍເຖິງປຸກປັ່ນໃຫ້ພວກເຂົາມາໂຈມຕີ. ອາດແປໄດ້ອີກວ່າ: "ແລະ ພຣະຢາເວຈະເປັນເຫດໃຫ້ເຫລົ່າສັດຕຣູຂອງອິດສະຣາເອນມາບຸກໂຈມຕີ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ພວກເຂົາຈະອ້າປາກຂອງພວກເຂົາ ແລະ ກືນກິນອິດສະຣາເອນ

"ກືນກິນ" ເປັນວິທີທີ່ສັດຮ້າຍກິນເຫຍື່ອຂອງພວກມັນ. ອາດແປໄດ້ອີກວ່າ: "ເຫມືອນດັ່ງສັດປ່າກິນເຫຍື່ອຂອງພວກມັນ, ທະຫານຂອງສັດຕຣູຈະທຳລາຍປະຊາຊົນອິດສະຣາເອນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ໃນເຫດການທັງຫມົດເຫລົ່ານີ້, ຄວາມໂກດແຄ້ນຂອງພ​ຣະ​ອົງ​ກໍບໍ່ບັນ​ເທົາ​ລົງ; ແຕ່ວ່າພ​ຣະ​ຫັດຂອງພ​ຣະ​ອົງ

"ເຖິງແມ່ນວ່າໃນເຫດການທັງຫມົດເຫລົ່ານີ້ ທີ່ໄດ້ເກີດຂຶ້ນ, ຄວາມໂກດແຄ້ນຂອງພ​ຣະ​ອົງ​ກໍບໍ່ບັນ​ເທົາ​ລົງ; ແຕ່ວ່າພ​ຣະ​ຫັດຂອງພ​ຣະ​ອົງ." ການແປນີ້ເຫມືອນກັນກັບໃນ 5:25.

ພ​ຣະ​ຫັດຂອງພ​ຣະ​ອົງຍັງຢຽດອອກຢູ່.

ເອຊາຢາເວົ້າເຫມືອນກັບວ່າພຣະຢາເວເປັນອີກຄົນຫນຶ່ງກ່ຽວກັບການຕີອີກຄົນຫນຶ່ງ ດ້ວຍກຳປັ່ນຂອງພຣະອົງ. ນີ້ເປັນຄຳປຽບທຽບສຳລັບການທີ່ພຣະຢາເວລົງໂທດອິດສະຣາເອນ. ການແປນີ້ເຫມືອນກັນກັບໃນ 5:25. ອາດແປໄດ້ອີກວ່າ: "ພຣະອົງຈະຍັງຄົງພ້ອມທີ່ຈະລົງໂທດພວກເຂົາຢູ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)