lo_tn/isa/09/06.md

4.7 KiB

ຂໍ້ມູນທົ່ວໄປ:

ເອຊາຢາສືບຕໍ່ບັນຍາຍເຖິງເວລາ ເມື່ອພຣະເຈົ້າຈະປົກປ້ອງອິດສະຣາເອນ. ຜ່ານເຫດການເຫລົ່ານີ້ ຈະເກີດຂຶ້ນໃນອານາຄົດ (9:1). ເອຊາຢາບັນຍາຍເຖິງກ່ຽວກັບພວກມັນ ເຫມືອນກັບວ່າ ພວກມັນໄດ້ເກີດຂຶ້ນແລ້ວ. ການເນັ້ນຫນັກນີ້ ໃຫ້ເຫັນວ່າ ພວກມັນຈະເກີດຂື້ນຢ່າງແນ່ນອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-pastforfuture)

ເດັກນ້ອຍຄົນ​ຫນຶ່ງຈະເກີດມາເພື່ອພວກເຮົາ, ລູກຊາຍຄົນຫ​ນຶ່ງໄດ້ຊົງ​ປະ​ທານ​ແກ່ພວກ​ເຮົາ

ສອງສຳນວນນີ້ພື້ນຖານແລ້ວຄວາມຫມາຍຄືກັນ. ຄຳວ່າ "ພວກເຮົາ" ຫມາຍເຖິງລວມກັນກັບຜູ້ເວົ້າ ແລະ ຜູ້ຟັງດ້ວຍ ແລະ ດັ່ງນັ້ນເພື່ອໃຫ້ສະຫລູບລວມເຂົ້າກັນ. ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ເພາະວ່າ ອົງພຣະຜູ້ເປັນເຈົ້າຈະປຣະທານເດັກນ້ອຍຄົນຫນຶ່ງໃຫ້ແກ່ພວກເຮົາ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-parallelism]] ແລະ [[rc:///ta/man/translate/figs-inclusive]] ແລະ rc://*/ta/man/translate/figs-activepassive)

ການຄອບຄອງຈະຢູ່ເທິງບ່າຂອງທ່ານ

"ພຣະອົງຈະມີສິດທິອຳນາດປົກຄອງເຫມືອນກະສັດ" ຫລື "ພຣະຢາເວຈະເຮັດໃຫ້ພຣະອົງຮັບຜິດໃນການປົກຄອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ທີ່ປຶກສາ

ຄົນຫນຶ່ງຜູ້ທີ່ແນະນຳພວກກະສັດ

ການ​ປົກ​ຄອງຂອງທ່ານຈະເພີ່ມຂື້ນ ແລະ ຈະມີສັນ​ຕິ​ລາດທີ່ບໍ່ມີທີ່ສິ້ນສຸດ

"ເຫມືອນກັບເວລາທີ່ຜ່ານໄປພຣະອົງຈະປົກຄອງເຫນືອປະຊາຊົນ ຫລາຍຂຶ້ນ ແລະ ຫລາຍຂຶ້ນ ແລະ ສາມາດເຮັດໃຫ້ພວກເຂົາ ອາໄສຢູ່ໃນຄວາມສະຫງົບສຸກ ຫລາຍຂຶ້ນ ແລະ ຫລາຍຂຶ້ນ"

ປົກຄອງເທິງບັນລັງຂອງດາວິດ

ການແຕ່ງຕັ້ງເທິງ "ບັນລັງຂອງດາວິດ" ເປັນການປຽບທຽບເຖິງ ການມີສິດທິອຳນາດອັນຊອບທຳໃນການປົກຄອງ; ພຽງແຕ່ເຊື້ອາຍຂອງດາວິດທີ່ສາມາດເປັນກະສັດເຫນືອອິດສະຣາເອນ. ອາດແປໄດ້ອີກວ່າ: "ໄດ້ມີສິດທິອຳນາດອັນຊອບທຳໃນການປົກຄອງ ເຫມືອນກັບເຊື້ອສາຍຂອງດາວິດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຣາ​ຊອານາຈັກຂອງ​ພ​ຣະ​ອົງ, ເພື່ອສ້າງຕັ້ງ ແລະ ເຊີດ​ຊູ​ໄວ້​ດ້ວຍຄວາມຍຸດຕິທຳ ແລະ ດ້ວຍຄວາມຊອບທຳ

ນີ້ສາມາດຖືກແປໃຫ້ເປັນປະໂຫຍກໃຫມ່ໄດ້. ອາດແປໄດ້ອີກວ່າ: "ຣາ​ຊອານາຈັກຂອງ​ພ​ຣະ​ອົງ. ພຣະອົງຈະສ້າງຕັ້ງ ແລະ ປົກປ້ອງຣາ​ຊອານາຈັກຂອງ​ພ​ຣະ​ອົງ, ແລະ ພຣະອົງຈະເຮັດໃນສິ່ງທີ່ທ່ຽງທຳ ແລະ ຍຸດຕິທຳເທົ່ານັ້ນ"

ພຣະຢາເວ​ຈອມ​ໂຍ​ທາ

ການແປນີ້ເຫມືອນກັນກັບໃນ 1:9.