lo_tn/isa/09/04.md

6.3 KiB
Raw Permalink Blame History

ຂໍ້ມູນທົ່ວໄປ:

ເອຊາຢາສືບຕໍ່ບັນຍາຍເຖິງເວລາ ເມື່ອພຣະເຈົ້າຈະປົກປ້ອງອິດສະຣາເອນ. ຜ່ານເຫດການເຫລົ່ານີ້ ຈະເກີດຂຶ້ນໃນອານາຄົດ (9:1). ເອຊາຢາບັນຍາຍເຖິງກ່ຽວກັບພວກມັນ ເຫມືອນກັບວ່າ ພວກມັນໄດ້ເກີດຂຶ້ນແລ້ວ. ການເນັ້ນຫນັກນີ້ ໃຫ້ເຫັນວ່າ ພວກມັນຈະເກີດຂຶ້ນຢ່າງແນ່ນອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-pastforfuture)

ເພາະວ່າແອກອັນ​ເປັນ​ພາ​ລະ​ຫນັກ​ຂອງ​ລາວ ... ພ​ຣະ​ອົງໄດ້ຊົງ​ເຮັດ​ໃຫ້ກະແຈກກະຈາຍໄປຄືກັນກັບໃນວັນເວລາຂອງພວກມີດາ​ອານ

ເອຊາຢາເວົ້າເຫມືອນກັບວ່າ ຊາວອິດສະຣາເອນ, ຜູ້ທີ່ເປັນທາດຂອງຊາວອັດຊີເຣຍ, ເຫມືອນກັບວ່າ ພວກເຂົາເປັນງົວທີ່ໃສ່ແອກໄວ້. ສິ່ງນີ້ຈະເກີດຂຶ້ນໃນອານາຄົດ, ແຕ່ລາວເວົ້າເຫມືອນກັບວ່າ ມັນໄດ້ເກີດຂຶ້ນແລ້ວ. ອາດແປໄດ້ອີກວ່າ: "ເພາະວ່າ ເຫມືອນກັນໃນວັນຂອງ ພວກມີດີເອນ, ພວກເຈົ້າຈະປົດປ່ອຍໃຫ້ປະຊາຊົນອິດສະຣາເອນ ເປັນອິດສະຫລະຈາກການເປັນທາດ ຜູ້ທີ່ກົດຂີ່ຂອງພວກເຂົາເປັນເຫມືອນຄົນທີ່ ຍ້າຍແອກຈາກບ່າຂອງສັດນັ້ນ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-pastforfuture]])

ເພາະວ່າແອກອັນ​ເປັນ​ພາ​ລະ​ຫນັກ​ຂອງ​ລາວ​ ... ບ່າຂອງລາວ ... ຜູ້ທີ່ກົດຂີ່ລາວ

ເອຊາຢາເວົ້າກ່ຽວກັບປະຊາຊົນອິດສະຣາເອນ ເຫມືອນກັບວ່າ ພວກເຂົາເປັນຊາຍຄົນຫນຶ່ງ. ອາດແປໄດ້ອີກວ່າ: "ເພາະວ່າແອກອັນ​ເປັນ​ພາ​ລະ​ຫນັກ​ຂອງ​ພວກເຂົາ ... ບ່າຂອງພວກເຂົາ ... ຜູ້ທີ່ກົດຂີ່ຂອງພວກເຂົາ

ໄມ້​ຄານທີ່ຢູ່ເທິງບ່າຂອງລາວ

ໄມ້ຄານເປັນອີກສ່ວນຫນຶ່ງຂອງ ແອກທີ່ຢູ່ເຫນືອບາງຂອງງົວນັ້ນ.

ໄມ້​ຄານ

ຄວາມຫມາຍອຶ່ນອີກທີ່ອາດເປັນໄປໄດ້ຄື "ໄມ້ຄ້ອນເທົ້າ", ເປັນໄມ້ຍາວ ທີ່ຄົນໃຊ້ມັນເພື່ອຕີງົວ ເພື່ອໃຫ້ພວກມັນຈະໄດ້ເຮັດວຽກ ແລະ ເປັນພາບເລັງເຖິງອຳນາດຂອງຄົນໆຫນຶ່ງ ທີ່ຈະປົກຄອງປະຊາຊົນຄົນອື່ນໆອີກ.

ໄມ້ເທົ້າຂອງຜູ້ທີ່ກົດຂີ່ລາວ

ເອຊາຢາເວົ້າກ່ຽວກັບວ່າ ອຳນາດຂອງຜູ້ທີ່ກົດຂີ່ ໄດ້ຢູ່ເຫນືອປະຊາຊົນຢູດາ ເຫມືອນກັບວ່າ ມັນເປັນທ້ອນໄມ້ທີ່ຖືກໃຊ້ ໂດຍຄົນຫນຶ່ງ ເພື່ອຈະຕີງົວ ເພື່ອເຮັດໃຫ້ພວກມັນຈະເຮັດວຽກ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ກັນກັບໃນວັນເວລາຂອງພວກມີດາ​ອານ

ຄຳວ່າ "ວັນ" ເປັນສຳນວນທີ່ ສາມາດຫມາຍເຖິງເຫດການຫນຶ່ງທີ່ຈະໃຊ້ເວລາຫລາຍກວ່າຫນຶ່ງມື ທີ່ຈະເຮັດໃຫ້ເກີດຂຶ້ນ. ອາດແປໄດ້ອີກວ່າ: "ເຫມືອນເມື່ອພວກເຈົ້າເອົາຊະນະຊາວມີດີອານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ເກີບທະຫານທຸກໆຄູ່ທີ່​ຢຽບ​ໃນຄວາມສັບ​ສົນວຸ່ນວາຍ ແລະ ເຄື່ອງນຸ່ງທີ່ຖືກເກືອກຢູ່ໃນເລືອດ, ຈະຖືກເຜົາເປັນເຊື້ອເພີງແກ່​ໄຟ

ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ພວກເຈົ້າຈະເຜົາຜານເກີບທະຫານທຸກໆຄູ່ ແລະ ເຄື່ອງນຸ່ງຂອງພວກເຂົາ, ຊຶ່ງຖືກປົກຄຸ້ມໄປດ້ວຍເລືອດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຈະຖືກເຜົາເປັນເຊື້ອເພີງແກ່​ໄຟ

ສາມາດເຮັດໃຫ້ແຈ່ມແຈ້ງເພີ່ມເຕີມຂຶ້ນ ໂດຍແປມັນໃຫ້ເປັນປະໂຫຍກໃຫມ່. ອາດແປໄດ້ອີກວ່າ: "ໄດ້ເຜົາຜານ, ພວກເຈົ້າຈະເຮັດໃຫ້ເກີບ ແລະ ເຄື່ອງນຸ່ງ ເປັນເພີງສຳລັບໄຟ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)