lo_tn/isa/09/03.md

2.7 KiB

ຂໍ້ມູນທົ່ວໄປ:

ເອຊາຢາສືບຕໍ່ບັນຍາຍເຖິງເວລາ ເມື່ອພຣະເຈົ້າຈະປົກປ້ອງອິດສະຣາເອນ. ຜ່ານເຫດການເຫລົ່ານີ້ ຈະເກີດຂຶ້ນໃນອານາຄົດ (9:1). ເອຊາຢາບັນຍາຍເຖິງກ່ຽວກັບພວກມັນ ເຫມືອນກັບວ່າ ພວກມັນໄດ້ເກີດຂຶ້ນແລ້ວ. ການເນັ້ນຫນັກນີ້ ໃຫ້ເຫັນວ່າ ພວກມັນຈະເກີດຂຶ້ນຢ່າງແນ່ນອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-pastforfuture)

ພ​ຣະ​ອົງໄດ້ຊົງທະ​ວີ​ຄູນຈຳນວນປະຊາຊາດນັ້ນ; ພ​ຣະ​ອົງໄດ້ຊົງເພີ່ມພູນຄວາມຊື່ນ​ຊົມຍິນດີຂອງພວກເຂົາຫລາຍ​ຂື້ນ

ຄຳວ່າ "ພຣະອົງ" ຫມາຍເຖິງພຣະຢາເວ. ຄຳວ່າ "ຂອງພວກເຂົາ" ຫມາຍເຖິງປະຊາຊົນອິດສະຣາເອນ, ແຕ່ເອຊາຢາລວມຕົວລາວເອງ ເຫມືອນເປັນສ່ວນຫນຶ່ງຂອງອິດສະຣາເອນ. ອາດແປໄດ້ອີກວ່າ: "ອົງພຣະຜູ້ເປັນເຈົ້າ, ພຣະອົງຈະເພີ່ມພູມປະຊາຊົນຂອງພວກເຮົາ ແລະ ຄວາມຊື່ນຊົມຍິນດີຂອງພວກເຮົາດ້ວຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-yousingular)

ພວກເຂົາມີຄວາມປິຕິຍິນດີຕໍ່ພຣະພັກ​ພ​ຣະອົງໃນລະ​ດູການເກັບກ່ຽວ, ຄືກັບຜູ້ທີ່ມີຄວາມສຸກໃນຂະນະທີ່ພວກເຂົາສາມາດແບ່ງປັນສ່ວນທີ່ຢຶດ​ມາ​ໄດ້

"ພວກເຂົາຈະປິຕິຍິນດີ ຕໍ່ຫນ້າພຣະພັກພຣະອົງ ເຫມືອນປະຊາຊົນປິຕິຍິນດີ ເມື່ອພວກເຂົາລວບລວມພືດຜົນຂອງພວກເຂົາ ຫລື ເມື່ອສົງຄາມສິ້ນສຸດລົງ ແລະ ພວກທະຫານໄດ້ແບ່ງສິ່ງທີ່ພວກເຂົາໄດ້ຍືດມານັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)