lo_tn/isa/09/01.md

5.6 KiB

ຄວາມໂສກເສົ້າຈະເລື່ອນຫາຍໄປຈາກເມືອງທີ່ກຳລັງທຸກ​ລະ​ທົມ

ເອຊາຢາເວົ້າກ່ຽວກັບປະຊາຊົນ ຜູ້ທີ່ຫລົງເສຍຝ່າຍຈິດວິນຍານ ເຫມືອນກັບວ່າ ພວກເຂົາກໍາລັງຍ່າງຢູ່ໃນຄວາມມືດຢ່າງຫມົດສິ້ນ. ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ພຣະຢາເວຈະເຄື່ອນຍ້າຍຄວາມມືດຫນາ ຈາກນາງຜູ້ທີ່ຢູ່ໃນຄວາມທຸກລະທົມ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-activepassive]])

ຄວາມໂສກເສົ້າ

ຄຳນີ້ຫມາຍຄວາມວ່າ "ເປັນບາງສ່ວນ ຫລື ຄວາມມືດຢ່າງຫມົດສິ້ນ." ການແປເຫມືອນກັບທີ່ທ່ານແປຄຳວ່າ ""ຄວາມໂສກເສົ້າໃຈ" ໃນ 8:21.

ເມືອງທີ່ກຳລັງທຸກ​ລະ​ທົມ

"ນາງຜູ້ກຳລັງທົນທຸກທໍລະມານໃນຄວາມເຈັບປວດອັນໃຫຍ່ ແລະ ຄວາມໂສກເສົ້າ." ນີ້ເປັນການປ່ຽບທຽບຢ່າງແນ່ນອນ ສຳລັບປະຊາຊົນຢູດາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ໃນໄລຍະຜ່ານມາ​ພ​ຣະ​ອົງໄດ້ເຮັດໃຫ້ແຜ່ນດິນເຊ​ບູ​ລຸນ ແລະ ນັບ​ທາ​ຣີ​ເຮັດໃຫ້ອັບອາຍ

"ແຜ່ນດິນ" ຫມາຍເຖິງປະຊາຊົນຜູ້ທີ່ອາໄສຢູ່ໃນຂົງເຂດນັ້ນ. ອາດແປໄດ້ອີກວ່າ: "ໃນອາດິດ, ອົງພຣະຜູ້ເປັນເຈົ້າໄດ້ເຮັດໃຫ້ຄົນເຫລົ່ານັ້ນທີ່ອາໄສຢູ່ໃນ ເຊບູລຸນ ແລະ ນັບທາລີຖ່ອມຕົວລົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ແຕ່ຕໍ່ມາພ​ຣະ​ອົງຈະເດີນທາງໄປສ​ູ່ທະເລອີກຝັ່ງຂອງ​ຟາກ​ແມ່​ນ້ຳຈໍແດນ, ຄື​ຄາ​ລີ​ເລຂອງບັນ​ດາປະຊາຊາດ

ໃນນີ້ຄຳວ່າ "ມັນ" ຫມາຍເຖິງຄາລີເລ ຊຶ່ງເປັນຕົວແທນເຖິງປະຊາຊົນຜູ້ທີອາໄສຢູ່ທີ່ນັ້ນ. ອາດແປໄດ້ອີກວ່າ: "ແຕ່ໃນອານາຄົດ, ອົງພຣະຜູ້ເປັນເຈົ້າຈະໃຫ້ກຽດປະຊາຊົນຄາລີເລຂອງບັນດາປະຊາຊາດ, ຊຶ່ງເປັນເສັ້ນທາງລະຫວ່າງກາງໄປ ທະເລເມດີເຕຣາເນ ແລະແມ່ນໍ້າຈໍແດນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຄາ​ລີ​ເລຂອງບັນ​ດາປະຊາຊາດ

ໃນນີ້ຄຳວ່າ "ບັນດາປະຊາຊາດ" ເປັນຕົວແທນເຖິງປະຊາຊົນຈາກຊາດອຶ່ນທີມາອາໄສຢູ່ໃນ ຄາລີເລ. ອາດແປໄດ້ອີກວ່າ: "ຄາລີເລ, ບ່ອນທີ່ມີຄົນຕ່າງດ້າວອາໄສຢູ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ໄດ້ຍ່າງຢູ່ໃນຄວາມມືດ ... ທີ່ຢູ່ໃນແຜ່ນດິນຂອງ​ເງົ​າແຫ່ງຄວາມຕາຍ

ເອຊາຢາເວົ້າກ່ຽວກັບປະຊາຊົນທີ່ດຳເນີນຊີວິດໃນບາບ ແລະທົນທຸກທໍລະມານຍ້ອນສິ່ງນັ້ນ ຖືກເວົ້າເຫມືອນກັບວ່າ ພວກເຂົາກຳລັງຍ່າງໄປໃນຄວາມມືດ ຫລື ອາໄສຢູ່ໃນແຜ່ນດິນຂອງເງົາແຫ່ງຄວາມຕາຍ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຄວາມສະຫວ່າງຍິ່ງໃຫຍ່ ... ແສງສະຫວ່າງສ່ອງມາໃສ່

ໃນນີ້ຄຳວ່າ "ຄວາມສະຫວ່າງ" ເປັນຕົວແທນເຖິງຄວາມຫວັງ ແລະ ການປົດປ່ອຍໃຫ້ເປັນອິດສະຫລະ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ແຜ່ນດິນຂອງ​ເງົ​າແຫ່ງຄວາມຕາຍ

ສຳນວນ "ເງົ​າແຫ່ງຄວາມຕາຍ" ເປັນສຳນວນທີ່ຫມາຍຄວາມວ່າ ຄວາມມືດມິດ. ອາດແປໄດ້ອີກວ່າ: "ແຜ່ນດິນຂອງຄວາມມືດທີ່ສຸດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)