lo_tn/isa/08/19.md

7.0 KiB
Raw Permalink Blame History

ຂໍ້ມູນທົ່ວໄປ:

ເອຊາຢາກຳລັງເວົ້າຢູ່.

ພວກເຂົາຈະບອກທ່ານວ່າ, "ຈົ່ງປຶກສາກັບຜູ້ຮັບໃຊ້ ແລະ ຄົນ​ໃຊ້ເວດມົນ," ຄົນ​ເຫລົ່າ​ນັ້ນທີ່ຮ້ອງສຽງ​ຈ໋ອກ​ແຈ໋ກ ແລະ ຈົ່ມ​ມົນ. ແຕ່ຊົນຊາດຫນຶ່ງ​ບໍ່ຄວນທີ່ຈະປຶກສາກັບພະເຈົ້າຂອງພວກເຂົາບໍ? ຖ້າພວກເຂົາບໍ່ເວົ້າກ່ຽວກັບເລື່ອງນັ້ນຕໍ່ກົດບັນ​ຍັດ ແລະ ຕໍ່ຄຳເວົ້າຂອງພະຍານ!

ຄວາມຫມາຍທີ່ເປັນໄປໄດ້ອີກແມ່ນ 1) "ພວກເຂົາຈະເວົ້າກັບເຈົ້າວ່າ, 'ປຶກສາກັບຫມໍດູ ແລະ ຄົນປັນຍາຊົນ, ຜູ້ທີ່ຊວດມົນແລະທ່ອງຄາຖາ. ປະຊາຊົນບໍ່ຄວນປຶກສາເທບພະເຈົ້າທັງຫລາຍຂອງພວກເຂົາບໍ? ພວກເຂົາຄວນປຶກສາຄົນຕາຍແທນຄົນມີທີ່ຍັງຊີວິດ ເພື່ອການສອນ ແລະ ປະຈັກພະຍານ. ’” ຫລື 2)“ ເມື່ອພວກເຂົາເວົ້າກັບເຈົ້າວ່າ, ປຶກສາກັບຫມໍດູ ແລະ ຄົນປັນຍາຊົນ, ຜູ້ທີ່ຊວດມົນແລະທ່ອງຄາຖາ, 'ປະຊາຊົນບໍ່ຄວນປຶກສາພະເຈົ້າຂອງພວກເຂົາບໍ? ພວກເຂົາຄວນປຶກສາຄົນຕາຍແທນຜູ້ທີ່ອາໄສຢູ່ບໍ? ກົດຫມາຍ ແລະ ການເວົ້າຄຳພະຍານ!"

ພວກເຂົາຈະບອກທ່ານວ່າ

ຄຳວ່າ "ພວກເຂົາ" ຫມາຍເຖິງຄົນເຫລົ່ານັ້ນ ຜູ້ທີ່ບໍ່ໄດ້ໄວ້ວາງໃຈໃນພຣະຢາເວ. ຄຳວ່າ "ທ່ານ" ເປັນຈຳນວນຫລາຍ ແລະ ຫມາຍເຖິງຄົນເຫລົ່ານັ້ນຜູ້ທີ່ໄວ້ວາງໃຈພຣະຢາເວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ຈົ່ງປຶກສາກັບຜູ້ຮັບໃຊ້ ແລະ ຄົນ​ໃຊ້ເວດມົນ

"ຖາມຜູ້ຮັບໃຊ້ ແລະ ຄົນໃຊ້ເວດມົນເຖິງສິ່ງທີ່ ພວກເຈົ້າຄວນເຮັດນັ້ນ"

ຜູ້ຮັບໃຊ້ ແລະ ຄົນ​ໃຊ້ເວດມົນ

ຄົນເຫລົ່ານັ້ນທີ່ ອ້າງຕົນເອງວ່າສາມາດເວົ້າກັບ ຄົນເຫລົ່ານັ້ນທີ່ຕາຍໄປແລ້ວນັ້ນ

ຄົນ​ເຫລົ່າ​ນັ້ນທີ່ຮ້ອງສຽງ​ຈ໋ອກ​ແຈ໋ກ ແລະ ຈົ່ມ​ມົນ

ຄຳວ່າ "ຮ້ອງສຽງຈ໋ອກແຈ໋ກ" ແລະ "ຈົ່ມ​ມົນ" ຫມາຍເຖິງສຽງທີ່ ຜູ້ຮັບໃຊ້ ແລະ ຄົນ​ໃຊ້ເວດມົນເຮັດ ເມື່ອພວກເຂົາພະຍາຍາມທີ່ຈະເວົ້າກັບຄົນຕາຍນັ້ນ. ອາດແປໄດ້ອີກວ່າ: "ຄົນເຫລົ່ານັ້ນທີ່ ຜູ້ເວົ້າສຽງສື່ມ ແລະ ຈົ່ມມົນ ຊຶ່ງຖ້ອຍແຫ່ງເວດມົນຂອງພວກເຂົາ ທີ່ພະຍາຍາມ ແລະ ເວົ້າກັບຄົນທີ່ຕາຍໄປແລ້ວນັ້ນ"

ສຽງ​ຈ໋ອກ​ແຈ໋ກ

ເຮັດສຽງເຫມືອນນົກ

ແຕ່ຊົນຊາດຫນຶ່ງ​ບໍ່ຄວນທີ່ຈະປຶກສາກັບພະເຈົ້າຂອງພວກເຂົາບໍ? ພວກເຂົາຄວນຈະປຶກສາຄົນຕາຍແທນຄົນທີ່ມີຊີວິດຢູ່ບໍ?

ຄຳຖາມເຫລົ່ານີ້ເປັນການສະແດງໃຫ້ເຫັນວ່າ ປະຊາຊົນສາມາດປືກສາກັບພຣະເຈົ້າ ແທນທີ່ການກະທຳອັນໂງ່ງ່າວທີ່ ຈະພະຍາຍາມສື່ສານກັບຄົນຕາຍ. ອາດແປໄດ້ອີກວ່າ: "ແຕ່ປະຊາຊົນຄວາມທູນຖາມພຣະຢາເວໃຫ້ແນະນຳພວກເຂົາ. ພວກເຂົາບໍ່ຄວນທີ່ຈະສະແຫວງຫາຄຳຕອບ ຈາກຄົນເຫລົ່ານັ້ນທີ່ຕາຍໄປແລ້ວ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຕໍ່ກົດບັນ​ຍັດ ແລະ ຕໍ່ຄຳເວົ້າຂອງພະຍານ

ຄວາມຫມາຍທີ່ອາດເປັນໄປໄດ້ 1) "ເອົາໃຈໃສ່ໃນຄຳແນະນຳຂອງພຣະເຈົ້າ ແລະ ຄຳສອນດ້ວຍ" ຫລື 2) "ແລ້ວພວກເຈົ້າຕ້ອງຈົດຈໍາໄວ້ເຖິງການສອນ ແລະ ການເປັນພະຍານທີ່ເຮົາໄດ້ໃຫ້ນັ້ນ." (8:16).

ກົດບັນ​ຍັດ

ນີ້ແມ່ນຖ້ອຍຄຳການແປຄືກັນກັບໃນ "ຈົດບັນທືກທາງລັດທະການ" ໃນ 8:16.

ຄຳເວົ້າຂອງພະຍານ

ການແປນີ້ເຫມືອນກັນກັບໃນ 8:16.

ຖ້າພວກເຂົາບໍ່ເວົ້າກ່ຽວກັບເລື່ອງນັ້ນ

"ຖ້າພວກເຂົາບໍ່ກ່າວຖ້ອຍຄຳແຫ່ງ ກົດບັນຍັດ ແລະ ຄຳພະຍານແລ້ວ"

ນັ້ນແມ່ນຍ້ອນວ່າພວກເຂົາບໍ່ມີຄວາມ​ສະ​ຫວ່າງ​ແຫ່ງແສງອາລຸນເລີຍ

ເອຊາຢາເວົ້າກ່ຽວກັບປະຊາຊົນ ຜູ້ທີ່ບໍ່ຮູ້ຈັກກັບພຣະເຈົ້າ ເຫມືອນກັບວ່າພວກເຂົາຍ່າງໃນຄວາມມືດ ໂດຍປາສະຈາກແສງສະຫວ່າງໃດໆ. ອາດແປໄດ້ອີກວ່າ: "ມັນເປັນເພາະວ່າ ພວກເຂົາເປັນເຫມືອນຄົນ ທີຫລົງຫາຍໃນຄວາມມືດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)