lo_tn/isa/08/16.md

3.3 KiB

ຈົ່ງຮັກສາຄຳເວົ້າຂອງພະຍານຂອງຂ້າ​ພະ​ເຈົ້າ​ໄວ້, ຈົ່ງປະທັບຕາ ແລະ ບັນ​ທຶກໄວ້ຢ່າງເປັນທາງການ

ສອງສຳນວນເຫລົ່ານີ້ ພື້ນຖານແລ້ວມີຄວາມຫມາຍຄືກັນ. ອາດແປໄດ້ອີກວ່າ "ຫນັງສືມ້ວນຖືກປິດຢ່າງແຫນ້ນຫນາພ້ອມດ້ວຍຖ້ອຍຄຳທີ່ຂຽນໃສ່ເທິ່ງທີ່ນັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ຄຳເວົ້າຂອງພະຍານຂອງຂ້າ​ພະ​ເຈົ້າ ... ພວກສາວົກຂອງຂ້າ​ພະ​ເຈົ້າ

ມັນບໍ່ແຈ່ມແຈ້ງວ່າ ຜູ້ໃດເວົ້າຄຳວ່າ "ຂອງຂ້າພະເຈົ້າ" ຫມາຍເຖິງໃຜ. ມັນອາດຈະເປັນເອຊາຢາ ຫລື ພຣະຢາເວ. ມັນເປັນການດີທີໃຈໃສ່ຄຳຄຸນນາມຖ້າໃນພາສາຂອງທ່ານຈະອະນຸຍາດໃຫ້ມັນມີ.

ຂ້າພະເຈົ້າຈະລໍຖ້າພຣະຢາ​ເວ

ໃນນີ້ຄຳວ່າ "ຂ້າພະເຈົ້າ" ຫມາຍເຖິງເອຊາຢາ.

ຜູ້ທີ່ເຊື່ອງພ​ຣະ​ພັກຂອງພ​ຣະ​ອົງຈາກເຊື້ອສາຍຂອງຢາໂຄບ

"ພຣະພັກ" ຂອງພຣະຢາເວເປັນການປຽບທຽບສຳລັບພຣະພອນຂອງພຣະອົງ ຫລື ເປັນທີພໍພຣະໄທ. ອາດແປໄດ້ອີກວ່າ​: "ຜູ້ທີ່ໄດ້ເອົາພຣະພອນຂອງພຣະອົງອອກໄປຈາກເຊື້ອາຍຂອງຢາໂຄບ" ຫລື "ຜູ້ກໍຕາມບໍ່ເບິ່ງດ້ວຍຄວາມພໍໃຈກັບເຊື້ອສາຍຂອງຢາໂຄບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເຊື້ອສາຍຂອງຢາໂຄບ

ປະຊາຊົນອິດສະຣາເອນ

ຂ້າພະເຈົ້າກັບພວກລູກຊາຍຂອງຂ້າພະເຈົ້າ ຜູ້ທີ່ພຣະຢາເວໄດ້ປະທານໃຫ້ຂ້າພະເຈົ້າເປັນເຄື່ອງ​ຫມາຍສຳ​ຄັນ ແລະ ການ​ອັດສະຈັນໃນອິດສະຣາເອນ

"ຂ້າພະເຈົ້າ ແລະ ພວກລູກຊາຍທີ່ພຣະຢາເວໄດ້ໃຫ້ແກ່ຂ້າພະເຈົ້າແມ່ນເປັນເຄື່ອງຫມາຍ ເພື່ອເຕືອນປະຊາຊົນອິດສະຣາເອນ." ພວກລູກຊາຍຊື່ວ່າລູກຊາຍຊື່ ເອຊາ ຢາຮູບ" ແລະ ມາເຊີ - ຊາລາ - ຮັດ - ບັດ, ຊຶ່ງຊື່ເຫລົ່ານີ້ແມ່ນຖ້ອຍຄຳ ເຖິງປະຊາຊົນອິດສະຣາເອນ. (ເບິ່ງ: 7: 3 ແລະ 8: 1)