lo_tn/isa/08/14.md

5.0 KiB
Raw Permalink Blame History

ຂໍ້ມູນທົ່ວໄປ:

ເອຊາຢາສືບຕໍ່ເລົ່າຄືນຖ້ອຍຄຳຂອງພຣະຢາເວທາງອ້ອມທີ່ເລີ່ມຕົ້ນໃນ 8:11. ສາມາດຖືກແປເຫມືອນກັນເລົ່າຄືນກັບວ່າພຣະຢາເວເວົ້າກັບຄົນທຳອິດ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-quotations]] ແລະ [[rc:///ta/man/translate/figs-pronouns]])

ພ​ຣະ​ອົງຈະເປັນສະຖານທີ່ນະມັດສະການ

ຄຳວ່າ "ສະຖານທີ່ນະມັດສະການ" ເປັນການປຽບທຽບເຖິງວ່າ ພຣະຢາເວຮັກສາປະຊາຊົນຂອງພຣະອົງໃຫ້ປອດໄພ ແລະ ປົກປ້ອງພວກເຂົາ. ອາດແປໄດ້ອີກວ່າ: "ພຣະອົງຈະປົກປ້ອງພວກເຂົາເມື່ອພວກເຂົາໄປກັບພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພຣະອົງຈະເປັນຫີນທີ່ກະ​ທົບ, ແລະ ເປັນສີ​ລາທີ່ເຮັດ​ໃຫ້ສະດຸດ

ຄຳວ່າ "ຫີນທີ່ກະ​ທົບ" ແລະ "ສີ​ລາທີ່ເຮັດ​ໃຫ້ສະດຸດ" ທັງສອງເປັນການປຽບທຽບເຖິງວ່າ ພຣະຢາເວທຳອັນຕະລາຍແກ່ປະຊາຊົນຂອງພຣະອົງ. ບາງການແປ "ກະທົບ" ແລະ "ສະດຸດ" ເຫມືອນກັບວ່າ "ສະດຸດ" ແລະ "ລົ້ມລົງ"; ອາດແປໄດ້ອີກວ່າ: "ພຣະອົງຈະທຳລາຍປະຊາຊົນຂອງພຣະອົງ, ເຫມືອນຫີນຕໍ່ສູ້ ຊຶ່ງປະຊາຊົນກະທົບດ້ວຍຕິນຂອງພວກເຂົາ ແລະ ສະດຸດ, ແລະ ເຫມືອນດັ່ງຫີນທີເປັນເຫດໃຫ້ປະຊາຊົນສະດຸດລົ້ມລົງ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-doublet]] ແລະ [[rc:///ta/man/translate/figs-metaphor]])

ພ​ຣະ​ອົງຈະກາຍເປັນກັບດັກ ແລະ ບ່ວງ​ແຮ້ວ​ຕໍ່​ປະ​ຊາ​ຊົນນະ​ຄອນເຢຣູຊາເລັມ

ຄຳວ່າ "ກັບດັກ" ແລະ "ບ່ວງ​ແຮ້ວ" ຄວາມຫມາຍສ່ວນໃຫຍ່ແລ້ວຄືກັນ ແລະ ເນັ້ນຫນັກໃຫ້ເຫັນວ່າ ເມື່ອພຣະຢາເວຕັດສິນທີ່ຈະລົງໂທດປະຊາຊົນເຢຣູຊາເລັມ ພວກເຂົາຈະບໍ່ສາມາດຫນີໄປໄດ້. ອາດແປໄດ້ອີກວ່າ: "ພຣະອົງຈະວາງກັບດັກຈັບປະຊາຊົນເຢຣູຊາເລັມເພື່ອວ່າພວກເຂົາຈະບໍ່ສາມາດຫນີໄປຈາກພຣະອົງໄດ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ກັບດັກ

ເປັນອຸປະກອນທີ່ຈັບນົກດ້ວຍຕາຫນ່າງ ຫລື ກະຕ່າ

ບ່ວງ​ແຮ້ວ​

ເປັນກັບດັກທີ່ຈັບ ແລະ ຍືດຂາຂອງສັດ ຫລື ດັງ

ຫລາຍຄົນຈະສະດຸດລົງເທິງຫີນ ແລະ ລົ້ມລົງ ແລະ ແຕກຫັກ, ແລະ ຕິດ​ຢູ່​ບ່​ວງ​ແຮ້ວ ແລະ ຈັບໂຕໄປ

ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ປະຊາຊົນຫລາຍຄົນຈະສະດຸດເຫນືອຫີນນີ້, ແລະ ເມື່ອພວກເຂົາລົ້ມລົງພວກເຂົາຈະບໍ່ລຸກຂື້ນໄດ້. ແລະ ປະຊາຊົນຫລາຍຄົນຈະຢຽບເຂົ້າໄປໃນກັບດັກ, ແລະ ພວກເຂົາຈະບໍ່ສາມາດຫນີອອກໄປໄດ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຕິດ​ຢູ່​ບ່​ວງ​ແຮ້ວ ແລະ ຈັບໂຕໄປ.

ສອງຖ້ອຍຄຳເຫລົ່ານີ້ພື້ນຖານແລ້ວມີຄວາມຫມາຍຄືກັນ ແລະ ເນັ້ນຫນັກໃຫ້ເຫັນວ່າພວກເຂົາຈະຖືກຈັບໃນກັບດັກນັ້ນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)