lo_tn/isa/08/05.md

3.7 KiB

ເພາະວ່າຜູ້ຄົນ​ພວກນີ້ໄດ້ປະຕິເສດນ້ຳແຫ່ງ​ຊີ​ໂອລາທີ່ໄຫລອອກມາ

ຄຳວ່າ "ນ້ຳແຫ່ງ​ຊີ​ໂອລາ" ເປັນການປຽບທຽບເຖິງກົດບັນຍັດຂອງອົງພຣະຜູ້ເປັນເຈົ້າ. ອາດແປໄດ້ອີກວ່າ: "ຍ້ອນວ່າ ປະຊາຊົນພວກນີ້ ໄດ້ປະຕິເສດກົດບັນຍັດຂອງພຣະຢາເວ, ຊຶ່ງເປັນເຫມືອນນໍ້ານິ່ງຂອງຊີໂອລາ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/translate-names]])

ຜູ້ຄົນ​ພວກນີ້

"ປະຊາຊົນກຸ່ມນີ້." ຖ້າໃນພາສາຂອງທ່ານຈຳເປັນຕ້ອງເປັນຈຳນວນຫລາຍໃນທີ່ນີ້, ທ່ານສາມາດແປສຳນວນນີ້ ແລະ ຕາມມາດ້ວຍກິລິຍາ "ປະຊາຊົນເຫລົ່ານີ້ໄດ້ປະຕິເສດ ... ຍິນດີ."

ແລະ ຍິນດີກັບເຣ​ຊິນ ແລະ ລູກຊາຍຂອງເຣ​ມາ​ລີຢ​າ

ຄວາມຫມາຍເຕັມສາມາດເຮັດໃຫ້ແຈ່ມແຈ້ງຂຶ້ນໄດ້. ອາດແປໄດ້ອີກວ່າ: "ແລະຍິນດີທີ່ເຫລົ່າທະຫານຂອງອັດຊີເຣຍໄດ້ເອົາຊະນະເຣຊິນ, ກະສັດອາຣາມ, ແລະ ເປກາ, ລູກຊາຍຂອງເຣມາລີຢາ, ກະສັດອິດສະຣາເອນ." ການແປນີ້ເຫມືອນກັນກັບໃນ 7:1. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ດັ່ງນັ້ນອົງພຣະຜູ້ເປັນເຈົ້າ

ພຣະຢາເວເວົ້າກ່ຽວກັບພຣະອົງເອງ ເປັນເຫມືອນວ່າພຣະອົງເປັນອີກບາງຄົນເພື່ອເຕືອນປະຊາຊົນວ່າພຣະອົງເປັນໃຜ. ອາດແປໄດ້ອີກວ່າ: "ດັ່ງນັ້ນ, ເຮົາ, ອົງພຣະຜູ້ເປັນເຈົ້າ, ເປັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-pronouns)

ຂື້ນມາເຫນືອພວກເຂົາ

ຄຳກິລິຍາເປັນ "ນຳຂຶ້ນມາ"; ຄຳກິລິຍາວິເສດເປັນ "ເຫນືອພວກເຂົາ."

ເຫນືອພວກເຂົາ

"ເທິງປະຊາຊົນຢູດາ"

ນ້ຳ​ຂອງແມ່​ນ້ຳ​ນັ້ນ, ທີ່ມີອຳນາດ ແລະ ອຸດົມສົມບູນຂື້ນມາເຫນືອພວກເຂົາ, ຄືກະສັດແຫ່ງອັດຊີເຣຍ ແລະ ສະຫງ່າລາສີທັງຫມົດຂອງພ​ຣະ​ອົງ

ແມ່ນໍ້າເປັນພາບເຖິງທະຫານອັດຊີເຣຍ. ອາດແປໄດ້ອີກວ່າ: "ທະຫານຈາກອັດຊີເຣຍ, ຊຶ່ງມີອຳນາດຫລາຍເຫມືອນແມ່ນໍ້າຍິ່ງໃຫຍ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ແມ່​ນ້ຳ

ແມ່ນໍ້າເອຟຣາຣັດໃນອັດຊີເຣຍ