lo_tn/isa/07/20.md

4.8 KiB
Raw Permalink Blame History

ຂໍ້ມູນທົ່ວໄປ:

ເອຊາຢາສືບຕໍ່ບັນຍາຍເຖິງເວລາ ເມື່ອທະຫານອັດຊີເຣຍຈະບຸກໂຈມຕີອິດສະຣາເອນ.

ອົງພຣະຜູ້ເປັນເຈົ້າຈະຊົງໂກນ​ຫົວ ແລະ ຂົນ​ຂາ; ດ້ວຍ​ມີດ​ໂກນທີ່ຖືກເຊົ່າມາຈາກອີກຟາກຫນຶ່ງຂອງແມ່ນ້ຳ​ເອ​ຟ​ຣາດ-ຄືກະສັດແຫ່ງອັດຊີເຣຍ

ຄຳວ່າ "ມີດໂກນ" ເປັນພາບປຽບທຽບສຳລັບກະສັດອັດຊີເຣຍ ແລະ ທະຫານຂອງພະອົງ,​ແລະ ພຣະຢາເວເວົ້າກ່ຽວກັບກະສັດ ເຫມືອນກັບວ່າ ກະສັດເປັນຊາຍຜູ້ທີ່ຈະເຮັດວຽກງານຂອງພຣະຢາເວ ແລະ ແລ້ວເຮັດເງິນຈາກພຣະຢາເວ. ອາດແປໄດ້ອີກວ່າ: "ອົງພຣະຜູ້ເປັນເຈົ້າຈະເອີ້ນກະສັດອັດຊີເຣຍ າກອີກຟາກຫນຶ່ງຂອງແມ່ນໍ້າເອຟຣາດ ເພື່ອເຮັດວຽກເພື່ອພຣະອົງໃນການໂກນພວກເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ທີ່ຖືກເຊົ່າມາຈາກອີກ

ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ທີ່ພຣະອົງໄດ້ນຳມາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຫົວ ... ຂົນ​ຂາ ... ຄືກັນ ... ຫນວດ​ເຄົາ

ມັນເປັນເລື່ອງຫນ້າອັບອາຍຫລາຍທີ່ ບາງຄົນຖືກໂກນເທິງສຸດຂອງຫົວ; ມັນແຮງຮ້າຍໄປກວ່ານັ້ນອີກຄືມີບາງຄົນໂກນ "ຂົນຂາ"; ມັນຮ້າຍແຮງທີ່ສຸດທີ່ບາງຄົນໂກນຫນວດເຄົາທັງຫມົດ.

ຫົວ ... ຂົນ​ຂາ ... ຫນວດ​ເຄົາ

ເອຊາຢາບໍ່ໄດ້ເວົ້າເຖິງຫົວຂອງຜູ້ໃດ, ຜົມ, ແລະ ຫນວດເຄົາທີ່ອົງພຣະຜູ້ເປັນເຈົ້າຈະໂກນ, ແຕ່ອາຮາດ ແລະ ຜູ້ອ່ານຈະເຂົ້າໃຈທີ່ວ່າ ເປັນຄົນໆນີ້; ຜູ້ຊາຍເປັນການປຽບທຽບເຖິງປະຊາຊົນຜູ້ທີ່ອາໄສຢູ່ໃນແຜ່ນດິນຢູດາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຫົວ

"ຜົມເທິງຫົວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຂົນ​ຂາ

ຄວາມຫມາຍທີ່ອາດເປັນໄປໄດ້ 1) ນີ້ແມ່ນວິທີການເວົ້າທີ່ສຸພາບເຫມືອນກັບວ່າຂົນລຸ່ມກວ່າຮ່າງກາຍ ຫລື 2) ນີ້ແມ່ນການເວົ້າກ່ຽວກັບຂົນຂາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-euphemism)

ເຊິ່ງ​ຈະ​ແຖ​ເອົາ​ຫນວດ​ເຄົາ​ອອກ​ໄປ​ດ້ວຍ

"ໃບມີດຈະ​ແຖ​ເອົາ​ຫນວດ​ເຄົາ​ອອກ​ໄປ​ດ້ວຍ." ຖ້າພາສາຂອງທ່ານຈຳເປັນຕ້ອງໃຊ້ບຸກຄົນເປັນຫົວເລື່ອງຂອງ "ຈະແຖ... ," ທ່ານສາມາດເວົ້າວ່າ, "ພຣະຜູ້ເປັນເຈົ້າຈະ​ແຖ​ເອົາ​ຫນວດ​ເຄົາ​ອອກ​ໄປ."

ເພາະວ່າພວກມັນຈະໃຫ້ນົມຢ່າງ​ຫລວງຫລາຍ, ລາວຈະກິນນົມຂົ້ນ,

ຄຳນາມທີ່ບໍ່ມີຕົວຕົນ "ຢ່າງຫລວງຫລາຍ" ສາມາດຖືກແປວ່າເປັນເຫດ. ອາດແປໄດ້ອີກວ່າ: "ເພາະວ່າ ພວກເຂົາຈະໃຫ້ນົມຢ່າງຫລວງຫລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)