lo_tn/isa/07/13.md

4.9 KiB

ຣາ​ຊະວົງຂອງດາວິດ

ຄຳວ່າ "ເຮືອນ" ເປັນການປຽບທຽບກັບ ຄອບຄົວຜູ້ທີ່ອາໄສຢູ່ໃນເຮືອນ. ເບິ່ງການແປນີ້ເພີ່ມເຕີມໃນ 7:1. ອາດແປໄດ້ອີກວ່າ: "ກະສັດອາຮາດ, ທ່ານ ແລະ ບັນດາທີ່ປືກສາຂອງທ່ານດ້ວຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຂໍ​ຊົງຟັງ​ການ​ທີ່​ພ​ຣະ​ອົງທົດສອບຄວາມອົດທົນຂອງປະຊາຊົນນັ້ນ​ຍັງ​ບໍ່​ພໍ​ຫລື? ພ​ຣະ​ອົງຍັງຕ້ອງທົດສອບຄວາມອົດທົນຂອງພຣະເຈົ້າຂອງຂ້າ​ພະ​ອົງ​ອີກ​ດ້ວຍຫລື?

ຄຳຖາມເຫລົ່ານີ້ເນັ້ນຫນັກໃຫ້ເຫັນວ່າ ກະສັດໄດ້ເຮັດບາບຢ່າງໃຫຍ່ຫລວງ. ອາດແປໄດ້ອີກວ່າ: "ທ່ານໄດ້ທົດລອງຄວາມອົດທົນຂອງປະຊາຊົນ! ບັດນີ້ທ່ານແຮງທົດລອງຄວາມອົດທົນຂອງພຣະເຈົ້າຂອງເຮົາດ້ວຍ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຍິງ​ສາວ​ຄົນ​ຫນຶ່ງຈະຖືພາ, ແລະ ໃຫ້ກຳເນີດລູກຊາຍຄົນ​ຫນຶ່ງ

ບາງສະບັບໃນບູຮານ ແລະ ບາງສັບບັບຊົ່ວຄາວແປວ່າ, "ຍິ່ງພົມມະຈາລີຈະຖືພາ," ໃນຂະນະທີ່ການແປອຶ່ນອີກ "ຍິງສາວຄົນຫນຶ່ງຈະຖືພາ."

ຈະເອີ້ນຊື່ຂອງລາວວ່າເອ​ມາ​ນູ​ເອນ

ຜູ້ແປອາດເພີ່ມຄຳອະທິບາຍດ້ານລຸ່ມກ່າວວ່າ : "ຊື່ເອມານູເອນຫມາຍຄວາມວ່າ 'ພຣະເຈົ້າຢູ່ກັບພວກເຮົາ." (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ລາວຈະກິນນົມຂຸ້ນ ແລະ ນໍ້າເຜິ້ງ ເມື່ອຮອດເວລາທີ່ລາວຮູ້ຈັກການປະຕິເສດຄວາມຊົ່ວ ແລະ ເລືອກຄວາມດີ

ຄວາມຫມາຍທີ່ອາດເປັນໄປໄດ້ 1) "ໂດຍເວລາທີ່ເດັກນ້ອຍນັ້ນໃຫຍ່ພໍທີ່ຈະກິນນົມຂຸ້ນ ແລະ ນໍ້າເຜີ້ງ, ລາວຈະສາມາດປະຕິເສດສິ່ງຊົ່ວຮ້າຍ ແລະ ເລືອກໃນສິ່ງທີ່ດີ. ນີ້ແມ່ນເນັ້ນຫນັກໃຫ້ເຫັນວ່າເດັກນ້ອຍຕັ້ງແຕ່ຍັງຫນຸ່ມນ້ອຍ ເມື່ອລາວຮູ້ຈັກເລືອກສິ່ງທີ່ຖືກຕ້ອງ ແທນການເລືອກສິ່ງທີ່ຜິດ ຫລື 2) "ໂດຍເວລາທີເດັກນ້ອຍນັ້ນໃຫຍ່ພໍທີ່ຈະປະຕິເສດສິ່ງຊົ່ວຮ້າຍ ແລະ ເລືອກເອົາສິ່ງທີ່ດີ, ລາວຈະກິນນົມຂຸ້ນແລະ ນໍ້າເຜີ້ງ." ປະຊາຊົນຢູດາຈະລະນືກໄດ້ວ່າເດັກນ້ອຍຄົນນີ້ມີຄວາມຮັບຜິດຊອບສຳລັບການເຮັດໃນສິ່ງທີ່ຖືກຕ້ອງຕັ້ງແຕ່ອາຍຸ 12 ປີ. ການເນັ້ນຫນັກນີ້ທີວ່າພາຍໃນເວລາສິບສອງປີ ປະຊາຊົນຈະກິນນົມຂຸ້ນ ແລະ ນໍ້າເຜີ້ງ ເພາະວ່າຄົນສ່ວນໃຫຍ່ຂອງອິດສະຣາເອນ ຈະຖືກຂ້າ ແລະ ຖືກຈັບໄປເປັນທາດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ນົມຂຸ້ນ

ນົມທີ່ປະຊາຊົນເຮັດມັນໃຫ້ນຸ່ມແຂງ

ການປະຕິເສດຄວາມຊົ່ວ ແລະ ເລືອກຄວາມດີ

"ການປະຕິເສດທີ່ຈະເຮັດຄວາມຊົ່ວຮ້າຍ ແລະ ເລືອກທີ່ຈະເຮັດຄວາມດີ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-nominaladj)