lo_tn/isa/07/03.md

5.5 KiB

ຂໍ້ມູນທົ່ວໄປ:

ເອຊາຢາຂຽນກ່ຽວກັບສິ່ງທີ່ໄດ້ເກີດຂຶ້ນກັບລາວເຫມືອນກັບວ່າ ມັນໄດ້ເກີດຂຶ້ນກັບອີກບາງຄົນ.

ເອ​ຊາ​ຢາ​ຊຸບ

ນັກແປອາດຈະເພີ່ມຄຳອະທິບາຍທີ່ວ່າ, "ຊື່ຂອງ ເອຊາຢາຊຸບ ຫມາຍຄວາມວ່າ 'ພວກທີ່ຍັງເຫລືອຢູ່ຈະກັບມາອີກ.'" ຄວາມຫມາຍຖືກມອບເພື່ອໃຫ້ຄວາມຫວັງແກ່ອາຮາດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

​ທີ່​ປາຍ​ທໍ່​ສົ່ງນ້ຳຂອງສະ​ນ້ຳທາງເທິງ

"ບ່ອນທີ່ນໍ້າເຂົ້າໄປໃນສະນໍ້າດ້ານເທິງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-unknown)

​ປາຍ​ທໍ່​ສົ່ງນ້ຳ

ການເຮັດທໍ່ສົ່ງນໍ້າ ຫລື ອຸໂມງທີ່ຄົນເຮັດຊຶ່ງຜ່ານການໄຫລຂອງນໍ້າ

ເທິງເສັ້ນທາງໄປ

ຖ້າໃນພາສາຂອງທ່ານມີຄຳວ່າ ເສັ້ນທາງ ຫລື ຖະຫນົນທີ່ປະຊາຊົນໄດ້ເຮັດໃຫ້ສະດວກ ໂດຍການຖົມບ່ອນທີ່ຕໍ່າ ແລະ ເຮັດໃຫ້ບ່ອນສູງຕໍ່າລົງ, ທ່ານສາມາດໃຊ້ມັນໃນທີ່ນີ້ດ້ວຍ.

ພື້ນທີ່ຂອງ​ຊ່າງຊັກເຄື່ອງ

ຄວາມຫມາຍທີ່ອາດເປັນໄປໄດ້ 1) ນີ້ແມ່ນຊື່ທີ່ເຫມາະສົມ ຊຶ່ງໂດຍປະຊາຊົນໄດ້ເອີ້ນພື້ນທີ່ ຫລື 2) ນີ້ແມ່ນຄຳນາມທຳມະດາ ທີ່ປະຊາຊົນໃຊ້ໃນການເວົ້າກ່ຽວກັບພື້ນທີ່, "ພື້ນທີ່ຂອງ​ຊ່າງຊັກເຄື່ອງ" ຫລື "ພື້ນທີ່ບ່ອນທີ່ຜູ້ຍິງຊັກຜ້າຂົນແກະ" ຫລື "ພື້ນທີ່ບ່ອນທີ່ພວກຜູ້ຍິງຊັກເຄື່ອງນຸ່ງ." (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ພື້ນທີ່ຂອງ​ຊ່າງຊັກເຄື່ອງ

ຊ່າງຊັກເຄື່ອງອາດຈະຫມາຍຄວາມວ່າ 1) ຊາຍຜູ້ທີ່ຊັກຜ້າຂົນແກະ ທີ່ບາງຄົນໄດ້ຕັດມາຈາກແກະນັ້ນ "ພື້ນທີ່ບ່ອນທີ່ຊ່າງຊັກຂົນແກະ," ຫລື 2) ຜູ້ຍິງຄົນຫນຶ່ງໄດ້ຊັກສິ່ງເຄື່ອງນຸ່ງທີ່ເປີ້ເປື້ອນ, "ພື້ນທີ່ຊັກເຄື່ອງນຸ່ງຂອງຊ່າງຊັກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ຈົ່ງບອກລາວ

"ບອກອາຮາດ"

ຢ່າຢ້ານກົວຫລືຢ່າ​ໃຫ້​ດົ້ນ​ຟືນ​ທີ່​ໃກ້​ຈະ​ມອດທັງສອງອັນນີ້ມາຂົ່ມຂູ່ໄດ້, ຈາກຄວາມໂກດແຄ້ນຂອງເຣ​ຊິນ ແລະ ອາ​ຣາມ, ແລະ ຈາກເປກາລູກຊາຍຂອງເຣ​ມາ​ລີຢ​າ

ພຣະເຈົ້າປຽບທຽບເຣຊິນ ແລະ ເປກາ ກຳລັງເຜົາໄມ້ຄ້ອນເທົ້າ ຊຶ່ງໄຟໄດ້ມອດໄປແລ້ວ ແລະ ເປັນເຫດໃຫ້ເກີດຄວັນໃນເວລານີ້. ພຣະເຈົ້າກຳລັງເນັ້ນຫນັກໃຫ້ເຫັນວ່າ ພວກເຂົາເປັນບໍ່ໄດ້ປະຕິບັດຢ່າງແທ້ຈິງແກ່ຢູດາ. ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ຢ່າໄດ້ໃຫ້ເຣຊິນ ແລະ ເປກາເຮັດໃຫ້ພະອົງຢ້ານເລີຍ; ຄວາມໂກດຮ້າຍທີ່ເຜົາຜານຂອງພວກເຂົາ ເຫມືອນກັບວ່າ ໄຫມ້ໄມ້ຄ້ອນເທົ້າເທົ່ານັ້ນ ຊຶ່ງໄຟໄດ້ມອດແລ້ວ ແລະ ມີພຽງແຕ່ຄວັນເທົ່ານັ້ນ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-activepassive]])

ຢ້ານກົວຫລືຢ່າ​ໃຫ້​ດົ້ນ​ຟືນ

ຄຳວ່າ "ຢ້ານກົວ" ແລະ "ດົ້ນຟືນ" ຫມາຍເຖິງສິ່ງດຽວກັນ ແລະ ສາມາດແປໃຫ້ເປັນຄຳດຽວເທົ່ານັ້ນ. ອາດແປໄດ້ອີກວ່າ: "ຢ້ານກົວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)