lo_tn/isa/06/11.md

2.0 KiB

ຈົນກ່ວາເມືອງທັງ​ຫລາຍ​ຈະຖືກທຳລາຍເປັນ​ຊາກ, ແລະ ບໍ່ມີຜູ້ຄົນອາໄສຢູ່, ແລະ ບ້ານເຮືອນກໍບໍ່ມີປະຊາຊົນ

"ຈົນກ່ວາເມືອງທັງຫມົດ ແລະ ບ້ານເຮືອນທັງຫລາຍ ຈະຖືກທຳລາຍເປັນ​ຊາກ ແລະ ບໍ່ມີຜູ້ຄົນອາໄສຢູ່ໃນທີ່ນັ້ນ"

ແຜ່ນດິນນັ້ນໄດ້ຕົກຢູ່ໃນຄວາມເປົ່າປ່ຽວຢ່າງ​ສີ້ນ​ເຊິງ

ໃນນີ້ຄຳວ່າ "ຕົກຢູ່ໃນ" ເປັນສຳນວນທີ່ຫມາຍເຖິງບາງສິ່ງບາງຢ່າງຍິ່ງກາຍເປັນວ່າຮ້າຍກວ່າເກົ່າ. ອາດແປໄດ້ອີກວ່າ: "ແຜ່ນດິນກາຍເປັນເປົ່າປ່ຽວຢ່າງ​ສີ້ນ​ເຊິງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຈົນກ່ວາພຣະຢາເວໄດ້ສົ່ງຊົນ​ຊາດ​ນັ້ນ​ອອກ​ໄປໄກ, ແລະ ບ່ອນ​ເປົ່າ​ຫວ່າງຂອງແຜ່ນດິນນັ້ນກໍກວ້າງຂວາງ

ທີ່ນີ້ພຣະຢາເວເວົ້າກ່ຽວກັບພຣະອົງເອງເປັນບຸກຄົນທີ່ສາມ. ອາດແປໄດ້ອີກວ່າ: "ຈົນກ່ວາເຮົາ, ພຣະຢາເວ, ໄດ້ສົ່ງປະຊາຊົນທັງຫມົດ​ນັ້ນ​ອອກ​ໄປໄກຈາກແຜ່ນດິນ, ເພື່ອວ່າບໍ່ມີຜູ້ໃດເຫລືອຢູ່ທີ່ນັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-123person)